ໃນວັນທີ 25 ພະຈິກ 2025 ກະຊວງການເງິນ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມລະດັບສູງວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ຄັ້ງທີ 2 ເພື່ອແນໃສ່ຜັນຂະຫຍາຍຍຸດທະສາດ ເພີ່ມທະວີຄວາມເຂັ້ມແຂງດ້ານປະສິດຕິພາບ ຄວາມໂປ່ງໃສ ແລະ ຄວາມຍືນຍົງໃນໄລຍະຍາວ ຂອງການຄຸ້ມຄອງໜີ້ສິນສາທາລະນະຂອງ ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ (ສປປ ລາວ). ໃນກອງປະຊຸມ ມີຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາສາກົນ, ແລະ ຊ່ຽວຊານຈາກທົ່ວ ພາກພື້ນ ເຂົ້າຮ່ວມ.
ເຂົ້າເບິ່ງທັງໝົດ
ເຂົ້າເບິ່ງໃນປີນີ້
ເຂົ້າເບິ່ງໃນເດືອນນີ້
ເຂົ້າເບິ່ງໃນມື້ນີ້