• ກະຊວງການເງິນ
  • |
  • 2025-11-24
  • |
  • ວຽກຮ່ວມມື

       ໃນວັນທີ 24 ພະຈິກ 2025 ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມ “ການສ້າງຄວາມສາມາດກ່ຽວກັບ ການປະເມີນການສູນເສຍລາຍຮັບ ຈາກການໃຫ້ນະໂຍບາຍສົ່ງເສີມທາງດ້ານພາສີ-ອາກອນ ແລະ ການຄຸ້ມຄອງສັນຍາສຳປະທານ ຄັ້ງທີ II” ໂດຍການເປັນປະທານຮ່ວມຂອງທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ທ່ານ François-Xavier Duporge, ຜູ້ອຳນວຍການອົງການ AFD ປະຈຳ ສປປ ລາວ, ມີທ່ານ ນາງ Sophie Le Got, ຜູ້ຈັດການໂຄງການ ປະຈຳຫ້ອງການໃຫຍ່ EF ນະຄອນ ຫຼວງປາຣິສ, ປະເທດຝຣັ່ງ, ມີຂະແໜງການກ່ຽວຂ້ອງ ແລະ ຊ່ຽວຊານ ເຂົ້າຮ່ວມ.

        ໂອກາດນີ້, ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມສາມາດໃຫ້ແກ່ພະນັກງານ ກະຊວງການເງິນ ແລະ ຂະແໜງການ   ທີ່ກ່ຽວຂ້ອງ ໃນການຄົ້ນຄວ້າອະນຸມັດ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການສຳປະທານ, ເຊິ່ງນັບແຕ່ຊຸມປີ 1990 ເປັນຕົ້ນມາ ລັດຖະບານ ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະເທດ (FDI) ໃນການໃຫ້ນະໂຍບາຍສົ່ງເສີມການລົງທຶນ ຍົກເວັ້ນ ພາສີ-ອາກອນ ໂດຍສະເພາະໂຄງການສຳປະທານ ຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ຄົມມະນາຄົມແລະໂຄງລ່າງພື້ນຖານ. ເພື່ອໃຫ້ສອດຄ່ອງຕາມທິດທາງນະໂຍບາຍຂອງລັດຖະບານ, ສະພາບເສດຖະກິດ-ສັງຄົມ ແລະ ນິຕິກຳ ໃນແຕ່ລະໄລຍະ, ທັງບໍ່ໃຫ້ສົ່ງຜົນກະທົບຕໍ່ການເກັບລາຍຮັບງົບປະມານຂອງລັດຖະບານ, ການປະເມີນ, ວິເຄາະ, ວີໄຈ ການສູນເສຍລາຍຮັບທາງດ້ານພາສີ-ອາກອນ (Tax Expenditure) ແລະ ຜົນຕອບແທນທາງດ້ານເສດຖະກິດ-ສັງຄົມ. ພ້ອມທັງປະເມີນຄວາມຕ້ອງການໃນການສ້າງຂີດຄວາມສາມາດດ້ານຕ່າງໆຂອງບຸກຄະລາກອນທີ່່ກ່ຽວຂ້ອງກັບການຄຸ້ມຄອງໂຄງການສຳປະທານໃຫ້ມີປະສິດທິຜົນ ໂດຍສະເພາະຄວາມສາມາດໃນການຄິດໄລ່ການສູນເສຍລາຍຮັບຈາກການໃຫ້ນະໂນບາຍທາງດ້ານ ພາສີ-ອາກອນ (TE), ການນໍາໃຊ້ເຄື່ອງມືຊ່ວຍວິເຄາະໂຄງການສຳປະທານທີ່ມີທ່າແຮງ,​ ເຄື່ອງມືຊ່ວຍເຈລະຈາ CA.

        ໃນການຝຶກອົບຮົມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 24-26 ພະຈິກ 2025 ແລະ ຈະໄດ້ລົງເລິກ 3 ຫົວຂໍ້ສຳຄັນ ຄື: ຄວາມເຂົ້າໃຈພື້ນຖານກ່ຽວກັບການປະເມີນການສູນເສຍລາຍຮັບທາງດ້ານ ພາສີ-ອາກອນ (Tax Expenditures) ແລະ ເຄື່ອງມືທີ່ກ່ຽວຂ້ອງ, ຮ່າງ ບົດລາຍງານ ຜົນການຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ ໃນການຫຼຸດພື້ນຖານການຄິດໄລ່ອາກອນ ແລະ ການໂອນກຳໄລ (Base Erosion Profit Shifting – BEPS) ແລະ ວິທີການນໍາໃຊ້ແບບຈໍາລອງດ້ານການເງິນ ແລະ ເສດຖະກິດ  ທີ່ເປັນເຄື່ອງມືຊ່ວຍວິເຄາະຕົ້ນທຶນ, ກຳໄລ ແລະ ຜົນກະທົບດ້ານການເງິນຂອງນະໂຍບາຍ ແລະ ໂຄງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ