ໃນຕອນບ່າຍວັນສຸກທີວັນທີ 30 ພຶດສະນາ 2025 ນີ້, ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ໄດ້ຈັດພິທີເປີດໂຕຜະລິດຕະພັນ OneBank Kid Application; ໂດຍແມ່ນທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ກ່າວເປີດພິທີ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບການຊໍາລະ ແລະ ທ່ານ ປອ ຄໍາວິໄລ ກາດອຸດົມ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ, ມີຄະນະອໍານວຍການ, ຄະນະພະແນກ, ສູນ, ສາຂາ, ພະນັກງານ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
 ການເປີດນໍາໃຊ້ຜະລິດຕະພັນ OneBank Kid Application ໃນຄັ້ງນີ້ແມ່ນເປັນອີກບາດກ້າວຂອງການພັດທະນາຂອງ ທຄຕລ ເພື່ອທີ່ຈະຂະຫຍາຍ ເເລະ ປັບປຸງການບໍລິການໃຫ້ຕອບໂຈດໃນຊີວິດປັດຈໍາວັນ ເເລະ ເຂົ້າເຖິງລູກຄ້າໃນທຸກໆຮູບເເບບ. ສໍາລັບ OneBank Kid ແມ່ນຕໍ່ຍອດຈາກ One Bank ໃນການນຳໃຊ້ບັນຊີເເບບຮ່ວມກັນ, ເຊິ່ງຜູ້ປົກຄອງຈະສາມາດສ້າງສິດນໍາໃຊ້ ເເລະ ມອບໃຫ້ລູກ ຫຼື ຄົນໃນຄອບຄົວຂອງຕົນເອງ, ເພື່ອໄປນໍາໃຊ້ຜ່ານOneBank Kid ທີ່ມີຮູບເເບບການນໍາໃຊ້ງ່າຍດາຍ, ມີໜ້າຕ່າງລູກຫຼີ້ນທີ່ມີສີສັນກວ່າ ເເລະ ຈັດສັນສະເພາະເເຕ່ຟັງຊັນທີ່ນໍາໃຊ້ໃນຊີວິດປະຈໍາວັນເປັນພື້ນຖານ.  𝐎𝐧𝐞𝐁𝐚𝐧𝐤 𝐊𝐢𝐝 ແອັບການເງິນຮູບແບບໃໝ່ໃຫ້ກັບຄົນທີ່ທ່ານຮັກສະດວກ ປອດໄພ ໃຊ້ງານງ່າຍຖືກໃຈລູກຫຼານ, ມາພ້ອມກັບ Features ເໝືອນກັບແອັບ BCEL One ແລະ ເປັນແອັບໃຊ້ເຮັດທຸລະກຳທາງການເງິນສຳລັບເດັກນ້ອຍໂດຍບໍ່ຕ້ອງເຂົ້າມາເປີດບັນຊີ ຫຼື ຕັ້ງແອັບຢູ່ທະນາຄານ ແລະ ເປັນແອັບນຳໃຊ້ບັນຊີເເບບຮ່ວມກັນ, ເຊິ່ງຜູ້ປົກຄອງຈະສາມາດສ້າງສິດນໍາໃຊ້ ເເລະ ມອບໃຫ້ລູກ ຫຼື ຄົນໃນຄອບຄົວຂອງຕົນເອງເພື່ອໄປນໍາໃຊ້ຜ່ານ OneBank Kid. ສຳລັບພໍ່ແມ່ເປັນຜູ້ຄຸ້ມຄອງ ແລະ ດູແລ ,ກຳນົດວົງເງິນ ແລະ ເງື່ອນໄຂການນໍາໃຊ້ຜ່ານ OneBank, ໃນແອັບຈະມີກະປຸກອອມສິນເພື່ອໃຫ້ເດັກໄດ້ທ້ອນເງິນຜ່ານ Future ທີ່ຫຼາກຫຼາຍເຊັ່ນ: ກະປຸກໝູ, ຕົ້ນໄມ້, ຫີບສົມບັດ ແລະ ສາມາດອອກບັດ Unionpay, Mastercard, ສາມາດສະແກນຈ່າຍ QR Code, ໂອນເງິນ, ຖອນເງິນຜ່ານຕູ້ທີ່ໄດ້ທັງບັດ, QR; ທີ່ສຳຄັນ OneBank Kid ມີໜ້າຕ່າງ OneID ທີ່ສາມາດສະແກນແທນ QR Code;ພິເສດໄປກ່ອນນັ້ນ OneBank Kid ບໍ່ແມ່ນແຕ່ສໍາລັບເດັກນ້ອຍທີ່ສາມາດນໍາໃຊ້ໄດ້ເຊິ່ງຄົນໃນຄອບຄົວທີ່ບໍ່ສະດວກເຂົ້າໄປເປີດບັນຊີຢູ່ທະນາຄານກໍ່ສາມາດນໍາໃຊ້ແອັບນີ້ໄດ້ເຊັ່ນດຽວກັນ.  ປັດຈຸບັນຍຸກເທັກໂນໂລຊີໄດ້ມີການພັດທະນາທາງ ທຄຕລ ໄດ້ນໍາໃຊ້ເທັກໂນໂລຊີເຂົ້າມາໝູນໃຊ້ວຽກງານປັບປຸງການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ “ທັນສະໄໝ ວ່ອງໄວ ໝັ້ນໃຈ”.  |
| |
|