ໃນວັນທີ 25 ພະຈິກ 2025 ກະຊວງການເງິນ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ ໄດ້ຈັດກອງປະຊຸມລະດັບສູງວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ຄັ້ງທີ 2 ເພື່ອແນໃສ່ຜັນຂະຫຍາຍຍຸດທະສາດ ເພີ່ມທະວີຄວາມເຂັ້ມແຂງດ້ານປະສິດຕິພາບ ຄວາມໂປ່ງໃສ ແລະ ຄວາມຍືນຍົງໃນໄລຍະຍາວ ຂອງການຄຸ້ມຄອງໜີ້ສິນສາທາລະນະຂອງ ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ (ສປປ ລາວ). ໃນກອງປະຊຸມ ມີຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາສາກົນ, ແລະ ຊ່ຽວຊານຈາກທົ່ວ ພາກພື້ນ ເຂົ້າຮ່ວມ. ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີ, ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: “ລັດຖະບານຂອງ ສປປ ລາວ ມີຄວາມເອົາໃຈໃສ່ໃນການຊຸກຍູ້ການປະຕິຮູບທີ່ຈະຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ສ້າງຄວາມເຂັ້ມແຂງທາງດ້ານການເງິນພາກລັດ ແລະ ຮັບປະກັນການຄຸ້ມຄອງໜີ້ສິນໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງສຳລັບ ສປປ ລາວ”. ໃນກອງປະຊຸມ ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານຕໍ່ 3 ບຸລິມະສິດທີ່ສຳຄັນຄື: ການຄຸ້ມຄອງໜີ້ສິນສາທາລະນະໃຫ້ເຂັ້ມແຂງ, ການເພີ່ມທະວີການບໍລິຫານການເງິນພາກລັດ ແລະ ການປະເມີນຄວາມສ່ຽງດ້ານງົບປະມານ, ພ້ອມທັງ ການຈັດການຄວາມສ່ຽງທາງການເງິນຂອງລັດວິສາຫະກິດ ແລະ ໜີ້ສິນສໍາຮອງ. ທ່ານ ປຣະວິດ ຣາມາຈັນດຣານ, ຮອງຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ຂອງທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ຮູ້ວ່າ: “ກະຊວງການເງິນ ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໜີ້ສິນ, ການສົ່ງເສີມຄວາມໂປ່ງໃສ ແລະ ການປັບປຸງຂອບນິຕິກຳ ໂດຍຜ່ານກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ. ຄວາມພະຍາຍາມເຫຼົ່ານີ້ມີຄວາມສຳຄັນຢ່າງຍິ່ງຕໍ່ການສ້າງລະບົບການຄຸ້ມຄອງໜີ້ສິນ ໃຫ້ສາມາດຮອງຮັບກັບສະພາບການປ່ຽນແປງ ແລະ ໂປ່ງໃສເພີ່ມຂຶ້ນ; ທະນາຄານພັດທະນາອາຊີ (ADB) ຢືນຢັນເຖິງການສະໜັບສະໜູນຂອງຕົນ ຕໍ່ ສປປ ລາວ ເພື່ອຄວາມກ້າວໜ້າຂອງການປະຕິບັດງານດ້ານໜີ້ສິນໃຫ້ມີຄວາມຍືນຍົງ”. ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບ ເຕັກນິກການປະເມີນຄວາມສ່ຽງທາງດ້ານການງົບປະມານ ແລະ ວິທີການຄຸ້ມຄອງໜີ້ສິນສໍາຮອງ, ໂດຍເນັ້ນໃສ່ບັນຫາທີ່ຕິດພັນກັບລັດວິສາຫະກິດ. ໃນນີ້, ຜູ້ຊ່ຽວຊານຈາກພາກພື້ນໄດ້ແບ່ງປັນປະສົບການຕົວຈິງ ແລະ ແນວທາງການປະຕິບັດທີ່ດີທີ່ສຸດຢ່າງມີຫົວຄິດປະດິດສ້າງ, ໂດຍເນັ້ນເຖິງ ຄວາມສໍາຄັນຂອງການຖອດຖອນບົດຮຽນເຊິ່ງກັນລະຫວ່າງຜູ້ຊ່ຽວຊານ ແລະ ການເພີ່ມທະວີການປະສານງານຮ່ວມກັນ ເພື່ອຫຼຸດຜ່ອນຄວາມສ່ຽງທາງດ້ານງົບປະມານທີ່ຫຍຸ້ງຍາກ. ໂດຍອີງໃສ່ຜົນສຳເລັດຂອງກອງປະຊຸມລະດັບສູງຄັ້ງປະຖົມມະລຶກທີ່ໄດ້ຈັດຂຶ້ນໃນປີ 2023 ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງເລິກເຊິ່ງຂອງລັດຖະບານແຫ່ງ ສປປ ລາວ ທີ່ຈະພັດທະນາການລວມສູນທາງດ້ານງົບປະມານ, ການຄຸ້ມຄອງການເງິນພາກລັດທີ່ເຂັ້ມແຂງ ແລະ ມີຄວາມໂປ່ງໃສດ້ານໜີ້ສິນໃຫ້ເພີ່ມສູງຂຶ້ນ, ຊຶ່ງເປັນເສົາຄ້ຳທີ່ສຳຄັນໃນການສ້າງສະຖຽນລະພາບເສດຖະກິດມະຫາພາກ ແລະ ການພັດທະນາທີ່ຍືນຍົງ. ກອງປະຊຸມໃນຄັ້ງນີ້ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັບສາກົນໃນການສ້າງລະບົບການເງິນພາກລັດ ທີ່ສາມາດຮອງຮັບກັບສະພາບການປ່ຽນແປງ.





