ສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມກະຊວງການເງິນ 5 ປີຜ່ານມາພ້ອມທັງ ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ
ໃນວັນທີ 29 ຕຸລາ 2025 ໄດ້ມີກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມກະຊວງການເງິນ ໃນໄລຍະ 5 ປີ 2021-2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຮ່ວມຂອງສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ, ຫົວໜ້າຫ້ອງການກະຊວງການເງິນ, ສະຫາຍ ນາງ ບົວເລິງຄິນ ດວງສະຫວັນ ປະທານສະຫະພັນແມ່ຍິງ, ຮອງຫົວໜ້າຄັງເງິນແຫ່ງລັດ ກະຊວງການເງິນ, ແລະ ສະຫາຍ ອຸບັນ ສຸພິດາ ປະທານສະຫະພັນກຳມະບານ, ຫົວໜ້າກົມຈັດຕັ້ງ ກະຊວງການເງິນ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານ 5 ປີ 2021-2025 ແລະ ທິດທາງແຜນການໃນຕໍ່ໜ້າ, ຜ່ານຂໍ້ຕົກລົງວ່າດ້ວຍການຢັ້ງຢືນຂໍ້ແຂ່ງຂັນ 04 ບຸກ ພ້ອມທັງ ມອບໃບຢັ້ງຢືນ 04 ບຸກ ແລະ ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ມອບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ຄະນະນຳກະຊວງ, ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ຈຳນວນ 40 ສະຫາຍ ແລະ ຜ່ານມະຕິຕົກລົງ ຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊຸດທີ v.
ໃນໂອກາດນີ້ ສະຫາຍ ທອງລີ ສີສຸລິດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ວ່າ: ກອງປະຊຸມສະຫຼຸບຕີລາຄາຜົນງານ 05 ປີໃນໄລຍະຜ່ານມາ ຂອງຊາວໜຸ່ມກະຊວງການເງິນ ຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພາະເປັນ ທ້າຍສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ແຜນງົບປະມານແຫ່ງລັດ 5 ປີ ນີ້. ດັ່ງທີ່ຮູ້ແລ້ວວ່າ: ທຸກຂະບວນການຂອງຊາດ, ຂອງພັກ ຕັ້ງແຕ່ໃດມາ, ຊາວໜຸ່ມໄດ້ເປັນກໍາລັງສໍາຄັນຕົ້ນຕໍ ໃນການປະຈັນບານ ແລະ ເປັນກໍາລັງໜູນ ທີິ່ໄວ້ວາງໃຈຂອງພັກ. ພ້ອມນີ້ ສະຫາຍ ທອງລີ ສີສຸລິດ ໄດ້ມີຄຳເຫັນເນັ້ນບາງບັນຫາສຳຄັນຕື່ມວ່າ:
- ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ, ປູກຈິດສໍານຶກທີ່ດີໃຫ້ແກ່ ຊາວໜຸ່ມ ດ້ວຍຫຼາຍຮູບການ;
- ຊາວໜຸ່ມຕ້ອງຫັນທິດລົງກໍ່ສ້າງຮາກຖານ, ປະຕິບັດທິດນໍາ 3 ສ້າງ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;
- ຕ້ອງອອກແຮງຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນນາເອງ, ແກ້ໄຂປະກົດການຫຍໍ້ທໍ້ ໃນໝູ່ຊາວໜຸ່ມ ມີຄວາມປອດໃສຂາວສະອາດ, ປະຢັດມັດທະຍັດ ແລະ ມີຈັນຍາບັນການເງິນທີ່ດີ;
- ປັບປຸງ ການຈັດຕັ້ງຊາວໜຸ່ມໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕັ້ງໜ້າຂະຫຍາຍສະມາຊິກຊາວໜຸ່ມ ໃຫ້ຫຼາຍຂຶ້ນ, ສ້າງສະມາຊິກຊາວໜຸ່ມ ໃຫ້ມີເງື່ອນໄຂເຂົ້າເປັນສະມາຊິກພັກໃຫ້ຫຼາຍຂຶ້ນ;
- ຕ້ອງຮູ້ຈັກຍາດແຍ່ງຄໍາເຫັນຂອງຄະນະພັກ, ຄະນະນໍາຂອງຕົນ, ມີຫົວຄິດປະດິດສ້າງໃນການປະຕິບັດ ໜ້າທີ່, ຮູ້ຈັກຜັນຂະຫຍາຍມະຕິ, ຄໍາສັ່ງ ກໍຄື ແຜນການຂອງຄະນະນໍາອອກມາເປັນແຜນການເຄື່ອນໄຫວຂອງໜ່ວຍຊາວໜຸ່ມ.
- ຕ້ອງເອົາໃຈໃສ່ຄົ້ນຄວ້າວຽກງານວິຊາສະເພາະຂອງຕົນ ທາງດ້ານເຕັກນິກວິທະຍາສາດ ເພື່ອເພີ່ມປະສິດທິພາບ ແລະ ປະສິດທິຜົນ ໃນກາານເຮັດວຽກໃຫ້ຫລາຍຂື້ນກວ່າເກົ່າ. ໄປພ້ອມກັບການ ເສີມຂະຫຍາຍຫົວຄິດປະດິດສ້າງ ຫລື ປັນຍາປະດິດ ຕາມສິດ, ພາລະບົດບາດ ແລະ ວິຊາສະເພາະ ຂອງຕົນ;
- ເອົາໃຈໃສ່ສົມທົບກັບຫຼາຍພາກສ່ວນທົ່ວສັງຄົມ ໃນການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວຊາວໜຸ່ມ-ເຍົາວະຊົນ ໂດຍສະເພາະ ບັນຫາຊາວໜຸ່ມຕົກເປັນເຫຍື່ອຂອງສິ່ງເສບຕິດ, ການນໍາໃຊ້ສື່ສັງຄົມອອນລາຍ, ການບໍລິໂພກຂໍ້ມູນຂ່າວສານ ແລະ ຄ່ານິຍົມທີ່ບໍ່ຖືກຕ້ອງ;
- ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ ໂດຍຕິດພັນກັບ ວິຊາສະເພາະ ແລະ ພາລະບົດບາດຂອງຕົນ;

ພ້ອມນີ້ ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ຕັ້ງແຕ່ໃດມາ, ຊາວໜຸ່ມໄດ້ເປັນ ກໍາລັງສໍາຄັນຕົ້ນຕໍ, ປະຈັນບານ ແລະ ກໍາລັງໜູນທີິ່ໄວ້ວາງໃຈຂອງພັກ, ເປັນແຫຼ່ງສະໜອງກໍາລັງແຮງ, ສະຕິປັນຍາ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງຊາດ, ຂອງພັກ ອັນສະຫວ່າງສະໄຫວ ນັ້ນກໍຄື: ການເຮັດໃຫ້ປະຊາຊົນ ຮັ່ງມີ ຜາສຸກ, ປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະ ສີວິໄລ. ດັ່ງນັ້ນ, ຍາມໃດພັກກໍໄດ້ເອົາໃຈໃສ່ສຶກສາອົບຮົມ ບໍາລຸງ-ກໍ່ສ້າງຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ຍຶດໝັັ້ນຕໍ່ອຸດົມການຂອງພັກ. ເພື່ອບັນລຸເປົ້າໝາຍ ເພື່ອການພັດທະນາ ເຮັດໃຫ້ປະເທດພວກເຮົາຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ.
ໂອກາດອັນມີຄວາມໝາຍສຳຄັນນີ້ ກອງປະຊຸມໄດ້ມີພິທີ ຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ແລະ ຕອນທ້າຍກອງປະຊຸມ ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ຂຶ້ນມີຄຳເຫັນໂດຍສັງເຂບວ່າ: ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມກະຊວງການເງິນ ໃນໄລຍະ 5 ປີ 2021-2025 ແມ່ນໄດ້ສໍາເລັດລົງຕາມລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມ ແລະ ໄດ້ກ່າວປິດກອງປະຊຸມ ຢ່າງເປັນທາງການ.