• ກົມສ່ວຍສາອາກອນ
  • |
  • 2025-11-24
  • |
  • ວຽກວິຊາສະເພາະ

       ໃນວັນທີ 24 ພະຈິກ 2025 ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ຈັດກອງປະຊຸມເປີດຊອງປະມູນ ເຊົ່າຊື້ຊັບສົມບັດ ແລະ ສຳປະທານ ທີ່ດິນຂອງລັດ ໂດຍການເປັນປະທານຂອງ ທ່ານ ຍົມມາລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ມີ ຕາງໜ້າຈາກ ບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ພ້ອມດ້ວຍ ຄະນະຮັບຜິດຊອບ ເຂົ້າຮ່ວມ.

        ອິງຕາມ ກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ສະບັບເລກທີ 18/ສພຊ, ລົງວັນທີ 7 ກໍລະກົດ 2022; ອິງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງຊັບສິນແຫ່ງລັດ ສະບັບເລກທີ6199/ກງ, ລົງວັນທີ 16 ທັນວາ 2021; ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປະມູນເຊົ່າຊື້ ຊັບສົມບັດ ແລະ ສຳປະທານ ທີ່ດີນຂອງລັດ (ໂຮງແຮມແມ່ຂອງ) ສະບັບເລກທີ 2042/ກງ, ລົງວັນທີ 03 ກໍລະກົດ 2025 ເພື່ອແນະນໍາໃຫ້ຜູ້ເຂົ້າຮ່ວມປະມູນ ປະຕິບັດຕາມລະບຽບການ, ເງື່ອນໄຂ ແລະ ຂັ້ນຕອນຂອງການປະມູນ, ຮັບປະກັນຄວາມຍຸດຕິທຳ ໃນການປະມູນ ໃຫ້ມີຄວາມໂປ່ງໃສ, ເປີດກວ້າງ ແລະ ຮັບປະກັນໃຫ້ລັດ ຮັບຜົນປະໂຫຍດສູງສຸດ ຖືກຕ້ອງຕາມລະບຽບກົດໝາຍ.

        ໂອກາດນີ້ ທ່ານ ຍົມມາລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ມີຄໍາເຫັນບາງຕອນ ວ່າ: ຜູ້ທີ່ສາມາດເຂົ້າຮ່ວມປະມູນແມ່ນ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໃສ ແລະ ມີສໍານັກງານຢູ່ໃນ ສປປ ລາວ ມີເລກປະຈໍາຕົວຜູ້ເສຍອາກອນ, ທະບຽນວິສາຫະກິດ ທຸລະກິດ, ໃບອະນຸຍາດດໍາເນີນທຸລະກິດ ທີ່ກ່ຽວຂ້ອງ ແລະ ໃບຢັ້ງຢືນການປະຕິບັດພັນທະພາສີ-ອາກອນ ປະຈໍາປີ 2024 ແລະ ບໍ່ໄດ້ຖືກສານຕັດສິນດໍາເນີນຄະດີຕ່າງໆ; ຕ້ອງມີຖານະການເງິນທີ່ໝັ້ນຄົງ ແລະ ມີແຫຼ່ງທຶນທີ່ຈະມາພັດທະນາໃຫ້ແທດເໝາະກັບມູນຄ່າ ການລົງທຶນໃນໂຄງການ ໂດຍມີການຢັ້ງຢືນຈາກທະນາຄານ ທີ່ຈົດທະບຽນຖືກຕ້ອງຢູ່ ສປປ ລາວ; ຜູ້ເຂົ້າຮ່ວມ ສາມາດຢື່ນຊອງປະມູນໄດ້ 1 ຊອງເທົ່ານັ້ນ ແລະ ຜູ້ຊະນະການປະມູນແມ່ນຜູ້ທີ່ສະເໜີລາຄາສູງສຸດ ແລະ ມີເງື່ອນໄຂຄົບຖ້ວນໃນການປະຕິບັດລະບຽບການປະມູນ, ການປະມູນນີ້ຈະໄດ້ແບ່ງອອກເປັນ 02 ສັນຍາຄື: ສັນຍາຊື້ຊັບຊັບສິນ ແລະ ສັນຍາເຊົ່າທີ່ດິນ ຂອງລັດ, ສໍາລັບສັນຍາຊື້ຊັບສິນ ຕ້ອງໄດ້ຊຳລະເປັນຄັ້ງດຽວ ຫຼັງຈາກ ສໍາເລັດການເຊັນສັນຍາ.

© 2025 Copyright: ກະຊວງການເງິນ, ສປປ ລາວ