ໃນວັນທີ 17 ຕຸລາ 2025 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມສ່ອງແສງເຄື່ອນທີ່ ໂດຍການເປັນປະທານ ຂອງ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີ ບັນດາສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ ແລະ ນະຄອນຫຼວງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວຂອງ ຄຊປປລ ກະຊວງການເງິນ ປະຈໍາໄຕມາດ III ໂດຍເຫັນໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ການຈັດຕັ້ງ ປະຕິບັດວຽກງານໃນໄລຍະ 03 ເດືອນຜ່ານມາ: ຄະນະບໍລິຫານງານຊາວໜຸ່ມໄດ້ຈັດຕັ້ງປະຕິບັດຕາມບົດບັນທຶກ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ຈັດຕັ້ງປະຕິບັດວຽກງານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ລະຫວ່າງ ກະຊວງການເງິນ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ສໍາເລັດແລ້ວ 05 ແຂວງ ພາກກາງ ແລະ ຈະສືບຕໍ່ຮ່ວມມື 13 ແຂວງ ທີ່ຍັງເຫຼືອໃຫ້ສໍາເລັດພາຍໃນທ້າຍເດືອນ ທັນວາ 2025; ຫລັງຈາກໄດ້ໂຮມ 02 ກະຊວງເຂົ້າກັນໄດ້ຈັດຕັ້ງປະຕິບັດ ແຕ່ງຕັ້ງບົ່ງຕົວ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊຸດທີ V ໄດ້ຄະນະບໍລິຫານງານຊາວໜຸ່ມ ທັງໝົດ 37 ສະຫາຍ, ຍິງ 03 ສະຫາຍ, ໃນນັ້ນມີ ເລຂາ 01, ຮອງເລຂາ 06 ສະຫາຍ, ມີຄະນະປະຈໍາ 11 ສະຫາຍ ພ້ອມນັ້ນ ຄະນະບໍລິຫານງານໄດ້ລະດົມທຶນນໍາບັນດາສະມາຊິກຊາວໜຸ່ມ ອ້ອມຂ້າງກະຊວງການເງິນ ຊ່ວຍເຫຼືອຜູ້ປະສົບໄພພິບັດທາງທໍາມະຊາດ. ສໍາລັບ ທິດທາງ ແຜນການ 03 ເດືອນຕໍ່ໜ້າ 2025 ໄດ້ກະກຽມຈັດສໍາມະນາຜັນຂະຫຍາຍແຜນການຮ່ວມມືສອງຝ່າຍ ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ລະຫວ່າງ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ສາມາດເຂົ້າເຖິງໂຄງການລັດໄດ້; ກະກຽມເປີດກອງປະຊຸມສະຫຼຸບຜົນງານ 05 ປີ ແລະ ພິທີມອບ 04 ບຸກ ແລະ ທຸງໄຊ; ກະກຽມລົງເຜີຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ລະຫວ່າງ ກະຊວງການເງິນ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 13 ແຂວງທີ່ຍັງເຫຼືອ ແລະ ກະກຽມຊ່ວຍເຫຼືອກໍ່ສ້າງອາຄານ, ຫ້ອງຮຽນ, ມອບເຄື່ອງໃຫ້ແກ່ກຸ່ມບ້ານ, ໂຮງຮຽນທີ່ຢູ່ໃນແຜນໃຫ້ສໍາເລັດພາຍໃນທ້າຍເດືອນ ພະຈິກ 2025.
.png)