• ກະຊວງການເງິນ
  • |
  • 2025-11-24
  • |
  • ວຽກຮ່ວມມື

       ໃນວັນທີ 24 ພະຈິກ 2025 ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປາວິດ ລາມາຈັນດານ (Pavit Ramachandran) ຮອງຫົວໜ້າກົມອາຊີຕາເວັນອອກສຽງໃຕ້ ປະຈຳຫ້ອງການພາກພື້ນ ຈາກທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລະດັບສູງ ເພື່ອປຶກສາຫາລື ກ່ຽວກັບ ການຄຸ້ມຄອງໜີ້ສິນສາທາລະນະ ຢູ່ ສປປ ລາວ.

        ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ໃນການມາຢ້ຽມຂ່ຳນັບຂອງ ທ່ານ ປາວິດ ລາມາຈັນດານ ພ້ອມດ້ວຍຄະນະ ແລະ ສະແດງຄວາມຂອບໃຈທີ່ທະນາຄານພັດທະນາອາຊີ ໄດ້ໃຫ້ການຊ່ວຍເຫຼືອ ລັດຖະບານ ສປປ ລາວ ຕະຫຼອດມາ. ພ້ອມກັນນັ້ນ, ທ່ານ ປາວິດ ລາມາຈັນດານ ໄດ້ຊົມເຊີຍ ສປປ ລາວ ກ່ຽວກັບຜົນສຳເລັດການນຳໃຊ້ມາດຕະການທາງດ້ານການເງິນທີ່ມີປະສິດທິພາບ ເພື່ອແກ້ໄຂອັດຕາເງິນເຟີ້ ເຊິ່ງສົ່ງຜົນດີຕໍ່ເສດຖະກິດ ແລະ ການຄຸ້ມຄອງໜີ້ສິນໂດຍສະເພາະການຫຼຸດລະດັບໜີ້ສິນສາທາລະນະ ລວມທັງລະບົບການເກັບລາຍຮັບທີ່ມີປະສິດທິຜົນ; ນອກຈາກນັ້ນ ຍັງມີການຮ່ວມມືກັບຂົງເຂດພາກພື້ນລຸ່ມແມ່ນ້ຳຂອງ ແລະ ການຮ່ວມມືໃນຂອບອາຊ່ຽນ.

        ໃນການຕ້ອນຮັບຄັ້ງນີ້,  ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ຍັງໄດ້ໃຫ້ຮູ້ເຖິງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ບັນຫາສິ່ງທ້າທາຍ ແລະ ຜົນກະທົບອື່ນໆ ຕື່ມອີກ.

© 2025 Copyright: ກະຊວງການເງິນ, ສປປ ລາວ