ໃນວັນທີ 24 ພະຈິກ 2025 ກອງປະຊຸມ ຄັ້ງທີ XV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ ຄະນະກໍຳມະການຮ່ວມມືລາວ-ຈີນ ແລະ ທ່ານ ຫູ ຕ້າເພິງ ກໍາມະການ ປະຈໍາພັກແຂວງ, ເລຂາຄະນະກໍາມະການ ການເມືອງ ແລະ ກົດໝາຍ ແຂວງ ຢູນນານ ສປ ຈີນ, ມີບັນດາຮອງເຈົ້າແຂວງ, ຜູ້ຕາງໜ້າຈາກ 10 ແຂວງພາກເໜືອ ຂອງ ສປປ ລາວ, ຜູ້ຕາງໜ້າຈາກ ກະຊວງທີ່ກ່ຽວຂ້ອງ, ການນໍາຈາກນະຄອນ-ເມືອງ ຂອງແຂວງຢູນນານ ສປ ຈີນ ແລະ ບັນດາຫົວໜ່ວຍວິສາຫະກິດຝ່າຍຈີນ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ແມ່ນເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ 5 ປີ ຄູ່ຮ່ວມຊະຕາກໍາລາວ-ຈີນ(2024-2028) ແລະ ເປັນການລົງເລີກຜັນຂະຫຍາຍແລວທາງເສດຖະກິດລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ເປັນກົນໄກປະສານງານຮ່ວມມືລະຫວ່າງ 10 ແຂວງພາກເໜືອ ສປປ ລາວ ກັບແຂວງຢູນນານ ສປ ຈີນ ເພື່ອປືກສາຫາລືການຮ່ວມມືທີ່ຮອບດ້ານຂອງສອງຝ່າຍ. ກອງປະຊຸມຄັ້ງນີ້ ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ລົງເລິກກໍ່ສ້າງແລວເສດຖະກິດລຽບຕາມເສັ້ນທາງລົດໄຟ, ຍົກລະດັບເສັ້ນທາງສາຍຄໍາ ໃຫ້ມີຄວາມສະດວກໂລ່ງລ່ຽນຍິ່ງຂຶ້ນ”
![]() | ![]() |
ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນທົບທວນຕໍ່ກັບໝາກຜົນຂອງການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ XIV ຂອງກົນໄກປະສານງານດັ່ງກ່າວໃນໜຶ່ງປີທີ່ຜ່ານມາ, ພ້ອມທັງກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ: ກຸ່ມຮ່ວມມືດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ການສື່ສານ; ຮ່ວມມືດ້ານການຄ້າ, ປູກພືດທົດແທນການປູກຝິ່ນ, ການເງິນ-ການທະນາຄານ ແລະ ການກໍ່ສ້າງເຂດຮ່ວມມືເສດຖະກິດ; ຮ່ວມມືດ້ານກະສິກໍາ- ປ່າໄມ້ ແລະ ແລກປ່ຽນວຽກງານຫຼຸດຜ່ອນຄວາມທຸກຍາກ; ກຸ່ມຮ່ວມມືດ້ານການລົງທຶນ, ພະລັງງານ ແລະ ຄວາມສາມາດການຜະລິດ; ກຸ່ມຮ່ວມມືດ້ານ ການສຶກສາ, ສາທາລະນະສຸກ ແລະ ວິທະຍາສາດ; ກຸ່ມຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ; ກຸ່ມຮ່ວມມືດ້ານສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກຸ່ມຮ່ວມມືດ້ານການຄຸ້ມຄອງຊາຍແດນ.
ທິດທາງການຮ່ວມມືໃນຕໍ່ໜ້າທັງສອງຝ່າຍ: ຈະສືບຕໍ່ການໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ, ສືບຕໍ່ແລກປ່ຽນບົດຮຽນການພັດທະນາຂອງສອງຝ່າຍ, ນໍາໃຊ້ທ່າແຮງຂອງແຂວງຢຸນນານ ເພື່ອຊ່ວຍຍູ້ດຶງການພັດທະນາຂອງລາວ, ໂດຍສະເພາະການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ການກໍ່ສ້າງແລວທາງເສດຖະກິດລາວ-ຈີນ ເພື່ອຫັດແໜ້ນການຮ່ວມມື ສອງຝ່າຍຕົກລົງເຫັນດີທີ່ສືບຕໍ່ສ້າງ ແລະ ຍົກລະດັບການຮ່ວມມືໃນ 8ກຸ່ມວຽກຫຼັກ, ລວມມີ:
1. ຍົກລະດັບການເຊື່ອມຕໍ່ທາງຄົມມະນາຄົມ ແລະ ສື່ສານ, ລວມທັງ AI;
2. ຂະຫຍາຍການຄ້າ, ການເງິນ ແລະ ການປູກພືດທົດແທນ;
3. ລົງເລິງການຮ່ວມມືດ້ານກະສິກຳ, ປ່າໄມ້ ແລະ ການຫຼຸດຜ່ອນຄວາມທຸກຍາກ;
4. ສືບຕໍ່ການລົງທຶນໃນຂົງເຂດພະລັງງານ ແລະ ຊັບພະຍາກອນແຮ່ທາດ;
5. ເສີມສ້າງການຮ່ວມມືດ້ານການສຶກສາ, ສາທາລະນະສຸກ ແລະ ວິທະຍາສາດ;
6. ຂະຫຍາຍການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ;
7. ປົກປັກຮັກສາສິ່ງແວດລ້ອມ ແລະ ຮ່ວມມືດ້ານອຸຕຸນິຍົມ;
8. ຍົກລະດັບການຄຸ້ມຄອງ ແລະ ຄວາມປອດໄພທາງຊາຍແດນ.
ໃນຕອນທ້າຍຂອງກອງປະຊຸມ ສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມຮ່ວມກັນ ແລະ ຕົກລົງ ຈະຈັດກອງປະຊຸມຄັ້ງທີ XVI ທີ່ແຂວງຢຸນນານ ໃນປີ 2026.
ພາຍຫຼັງສໍາເລັດກອງປະຊຸມ, ຄະນະຜູ້ແທນ ໄດ້ຖືໂອກາດນີ້ ເຂົ້້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ສປປ ລາວ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ ເພື່ອຮັບຟັງທິດຊີ້ນໍາຂອງການຮ່ວມມືໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າ ການພັດທະນາຄວາມຮ່ວມມືທີ່ເຂັ້ມແຂງ ລະຫວ່າງພາກເໜືອຂອງລາວກັບແຂວງຢູນນານ ສປ ຈີນ ຈະສືບຕໍ່ເປັນແຮງຂັບເຄື່ອນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງຝ່າຍ.

