ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ແລະ ໂຄສະນາ ວຽກງານເສດຖະກິດ ການເງິນ ແລະ ວຽກງານຊາວຫນຸ່ມ-ເຍົາວະຊົນ ຕາມທິດທາງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃຫມ່.
ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ, ມີ ທ່ານ ສົມຈິດ ຄໍາມຸງຄຸນ ເລຂາທິການ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ທ່ານ ນາງ ແກ້ວອຸດອນ ແສງມະນີວົງ ເລຂາທິການ, ຫົວຫນ້າຫ້ອງການ ສຊປລ, ທ່ານ ຄໍາເລ້ ໄຊຍະວົງສີ ກຳມະການພັກແຂວງ, ກຳມະການ ສຊປລ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ, ມີຄະນະຮັບຜິດຊອບ, ຜູ້ເຂົ້າຮ່ວມຈາກຄະນະຊາວໜຸ່ມ ອ້ອມຂ້າງແຂວງ ເຂົ້າຮ່ວມຈໍານວນ 150 ຄົນ.
![]() ການຝຶກອົບຮົມ-ໂຄສະນາ ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ໃຫ້ຜູ້ເຂົ້າຮ່ວມ ຮັບຮູ້ໄດ້ຄວາມສໍາຄັນການບໍລິຫານ ແລະ ຄຸ້ມຄອງງົບປະມານ, ທີ່ມາຂອງການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ, ຄວາມສໍາຄັນຂອງການເກັບພາສີ-ອາກອນ ເພື່ອນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືປະເທດຊາດ. |
![]() | ![]() | ![]() |
ໂອກາດດັ່ງກ່າວສະຫາຍ ທ່ານ ສົມຈິດ ຄໍາມຸງຄຸນ ຍັງໄດ້ເໜັ້ນໜັກ ເຖີງສະພາບການຂອງໂລກທີ່ມີຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ, ເປັນຕົ້ນຕໍ່ການເກັບລາຍຮັບ, ການຄຸ້ມຄອງງົບປະມານໃນໄລຍະຜ່ານມາ, ພ້ອມດຽວກັນກໍ່ສະແດງໃຫ້ເຫັນບົດບາດຂອງຊາວໜຸ່ມ, ຍົກສູງສະຕິຊາດ, ເສີມຂະຫຍາຍຄວາມຮູ້ຄວາມສາມາດບົ່ມຊ້ອນຊອກຫາແຫຼ່ງລາຍຮັບ, ປະຫຍັດນໍາໃຊ້ງົບໃຫ້ມີປະສິດທິຜົນ, ມີຄວາມເຂົ້າໃຈຢ່າງໜັກແໜ້ນ ນໍາໃຊ້ເຕັກໂນໂລຊີ ເພື່ອນໍາໃຊ້ ແລະ ຄຸ້ມຄອງວຽກງານການເງິນໃຫ້ມີປະສິດທິຜົນ. ທັງເນັ້ນໃຫ້ລົງເລີກວຽກວິຊາສະເພາະຂອງຕົນເອງ, ອະທິບາຍຈະແຈ້ງ, ສົມທຽບລະຫວ່າງພຶດຕິກຳ, ບົດຮຽນຕົວຈິງ ແລະ ເຮັດໃຫ້ຂະບວນການຄັ້ງນີ້ສໍາເລັດຕາມຄາດຫມາຍ.
