ວັນທີ 20 ມີນາ 2026 ກະຊວງການເງິນ ຕາງໜ້າໃຫ້ລັດຖະບານ ສປປ ລາວ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມື (Country Programme Document - CPD) ປະຈຳປີ 2025 ແລະ ກໍານົດທິດທາງແຜນບູລິມະສິດ ສຳລັບປີ 2026. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນ. ມາຕິນ ເທເຣີ (Ms. Martin Therer), ຜູ້ຕາງໜ້າອົງ ການສະຫະປະຊາຊາດ ເພື່ອການພັດທະນາ, ຜູ້ປະສານງານ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ກະຊວງ ຂະແໜງທີ່ກ່ຽວຂ້ອງ, ພາກເອກະຊົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເຂົ້າຮ່ວມ.
ເຂົ້າເບິ່ງທັງໝົດ
ເຂົ້າເບິ່ງໃນປີນີ້
ເຂົ້າເບິ່ງໃນເດືອນນີ້
ເຂົ້າເບິ່ງໃນມື້ນີ້