• ຄັງເງິນແຫ່ງລັດ
  • |
  • 2026-10-30
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 30 ຕຸລາ 2026 ໜ່ວຍພັກຮາກຖານຄັງເງິນແຫ່ງລັດ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊືອມຊືມ ເອກະສານວັນສໍາຄັນ ຂອງຊາດ-ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ນາງ ບົວເລີງຄີນ ດວງສະຫວັນ ເລຂາໜ່ວຍພັກຮາກຖານ ຄັງເງິນແຫ່ງລັດ, ຫົວໜ້າຄັງເງິນແຫ່ງລັດ ກະຊວງການເງິນ ມີຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຄັງເງິນແຫ່ງລັດ ເຂົ້າຮ່ວມ.

       ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍປະຕິບັດຕາມແຈ້ງການຂອງ ຄະນະບໍລິຫານງານພັກກະຊວງການເງິນ ສະບັບເລກທີ 251/ຄບພ.ກງ, ລົງວັນທີ 07 ຕຸລາ 2026. ຈຸດປະສົງ ແມ່ນເພື່ອສຶກສາອົບຮົມການເມືອງ-ແນວຄິດ, ຫວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີ ແລະ ຄວາມໝາຍສໍາຄັນຂອງວັນສໍາຄັນຕ່າງໆ ໃຫ້ແກ່ຖັນແຖວສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ. ພ້ອມກັນນັ້ນ ຍັງແນໃສ່ຜັນຂະຫຍາຍແຜນການຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາ ເນື່ອງໃນໂອກາດວັນສໍາຄັນຂອງຊາດ-ຂອງພັກ ສະບັບເລກທີ 244/ຄບພ.ກງ, ບົດແນະນໍາ ສະບັບເລກທີ 01/ຫສພ ກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດຮອດການລະນຶກເຖິງ ວັນຄູແຫ່ງຊາດ, ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ, ວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນຊາດ ແຫ່ງ ສປ ຈີນ.

       ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ ຈົ່ງພ້ອມກັນຍົກສູງສະຕິຄວາມຮັບຜິດຊອບ, ກໍາແໜ້ນເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວຢ່າງເລິກເຊິ່ງ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ແຜນການ, ແຜນງານລະອຽດຕົວຈິງໃນຂົງເຂດວຽກງານວິຊາສະເພາະຂອງຕົນ, ພ້ອມທັງສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາມັກຄີເປັນເອກະພາບ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ