• ກົມສ່ວຍສາອາກອນ
  • |
  • 2026-10-27
  • |
  • ວຽກຮ່ວມມື

         ໃນຕອນເຊົ້າຂອງວັນທີ 27 ຕຸລາ 2026 ທີ່ ກົມສ່ວຍສາອາກອນ, ກະຊວງການເງິນ ສປປ ລາວ, ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນທາງດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ. ການພົບປະເຮັດວຽກໃນຄັ້ງນີ້, ນຳພາໂດຍ ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ ສປປ ລາວ ພ້ອມດ້ວຍຄະນະ ເຊິ່ງໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະວິຊາການຈາກ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

        ຈຸດປະສົງຫຼັກຂອງການພົບປະລົງເລິກແລກປ່ຽນບົດຮຽນໃນຄັ້ງນີ້, ສອງຝ່າຍໄດ້ສຸມໃສ່ປຶກສາຫາລື 4 ວຽກງານສຳຄັນ ທີ່ເປັນບຸລິມະສິດຮີບດ່ວນໃນການພັດທະນາຂະແໜງການເງິນ ຄື: 1) ການປະສານສົມທົບເພື່ອຊ່ວຍເຫຼືອ, ສ້າງ ແລະ ປັບປຸງ ແຜນຍຸດທະສາດການພັດທະນາຂະແໜງສ່ວຍສາອາກອນ ຂອງ ສປປ ລາວ ສຳລັບໄລຍະໃໝ່ 2026-2030, 2) ການຮ່ວມກັນສ້າງກອບນິຕິກຳ, ກົນໄກການຄຸ້ມຄອງ ແລະ ມາດຕະການຜັນຂະຫຍາຍການນຳໃຊ້ ໃບເກັບເງິນເອເລັກໂຕຣນິກ ແລະ ລົງເລິກຄົ້ນຄວ້າຮູບແບບໃບເກັບເງິນແບບມີລາງວັນ, 3) ການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນຕໍກັບຂະແໜງອະສັງຫາລິມະຊັບ, 4) ການຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການໃນປີ 2027.

ການພົບປະແລກປ່ຽນທາງດ້ານວິຊາການຄັ້ງນີ້, ເປັນການສືບຕໍ່ທົບທວນການຈັດຕັ້ງປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງກະຊວງການເງິນລາວ-ຫວຽດນາມ ປະຈໍາປີ 2026 ແລະ ທິດທາງແຜນການຮ່ວມມືດ້ານວິຊາໃນປີ 2027, ເຊິ່ງເປັນວຽກງານບູລິມະສິດທີ່ສໍາຄັນໃນການຫັນຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ກໍຄືການຄຸ້ມຄອງວຽກງານສ່ວຍສາອາກອນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນການຂະຫຍາຍຖານຈັດເກັບອາກອນ ໃຫ້ໄດ້ຢ່າງທົ່ວເຖິງ ແລະ ສາມາດຈັດເກັບລາຍຮັບງົບປະມານໄດ້ຢ່າງຄົບຖ້ວນ ແລະ ມີປະສິດທິພາບສູງ

© 2025 Copyright: ກະຊວງການເງິນ, ສປປ ລາວ