ໃນວັນທີ 03 ພະຈິກ 2026 ທີ່ກະຊວງປ້ອງກັນຄວາມສະຫງົບ ທ່ານ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບ ການເຂົ້າພົບປະ ແລະ ລາຍງານວຽກ ຂອງທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ, ພ້ອມດ້ວຍຄະນະຈາກຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ເຂົ້າຮ່ວມ. ຈຸດປະສົງຂອງການເຂົ້າພົບປະໃນຄັ້ງນີ້, ແມ່ນເພື່ອຜັນຂະຫຍາຍຜົນການພົບປະ ລະຫວ່າງ ການນໍາສູງສຸດ ຂອງ ລາວ ແລະ ຈີນ ໃນຕົ້ນເດືອນມິຖຸນາ ທີ່ຜ່ານມາ, ໂດຍສະເພາະ ແມ່ນຊຸກຍູ້ການຈັດຕັ້ງໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຈີນ ໃນຂົງເຂດປ້ອງກັນຄວາມສະຫງົບ ໃຫ້ເປັນຮູບປະທໍາໂດຍໄວ, ພ້ອມທັງປຶກສາຫາລືວຽກງານການຮ່ວມມືສອງຝ່າຍທີ່ກ່ຽວຂ້ອງໃນຂົງເຂດດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານ ຮອງປະທານ ຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ລາຍງານໃຫ້ຊາບກ່ຽວກັບສະ ພາບຄວາມຄືບໜ້າຂອງໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຈີນ ຈໍານວນໜຶ່ງ ໃນຂົງເຂດປ້ອງກັນຄວາມສະຫງົບເປັນຕົ້ນແມ່ນ: ໂຄງການໂຮງຮຽນວັດທະນາທຳມິດຕະພາບ ລາວ-ຈີນ ທີ່ໄດ້ເຊັນສານແລກປ່ຽນກໍານົດເປັນໂຄງການ ໃນຕົ້ນເດືອນມິຖຸນາ ທີ່ຜ່ານມາ, ໂຄງການດັ່ງກ່າວ ແມ່ນໜຶ່ງໃນ ໂຮງຮຽນ 10 ແຫ່ງ ທີ່ ສປ ຈີນ ຕົກລົງໃຫ້ການຊ່ວຍ ເຫຼືອລ້າ ຕໍ່ ສປປ ລາວ (ຜ່ານມາ ແມ່ນປະຕິບັດສໍາເລັດແລ້ວ 5 ແຫ່ງ), ເຊິ່ງປັດຈຸບັນ ຝ່າຍຈີນ ພວມຂຸ້ນຂ້ຽວກະກຽມແຕ່ງຕັ້ງຊ່ຽວຊານ ໃຫ້ສາມາດມາດໍາເນີນການສໍາຫຼວດເພື່ອອອກແບບລະອຽດ ພາຍໃນໄຕມາດ 4 ຂອງປີນີ້. ນອກນັ້ນ, ຍັງໄດ້ລົງເລິກລາຍງານກ່ຽວກັບ ທິດທາງ ແລະ ຄວາມເປັນໄປໄດ້ ໃນການກະກຽມສະເໜີໂຄງການຮ່ວມມືອື່ນໆທີ່ກ່ຽວ ຂ້ອງ ໃນຕໍ່ໜ້າ. ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືລາວ-ຈີນ ໃນຂົງເຂດປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ຄະນະກໍາມະການຮ່ວມມືລາວ-ຈີນ ທີ່ເປັນເຈົ້າການໃນການປະສານສົມທົບ ແລະ ຕິດຕາມຊຸກຍູ້ ວຽກງານທີ່ກຽວຂ້ອງໂດຍດີຕະຫຼອດມາ; ພ້ອມນັ້ນ, ທ່ານ ລັດຖະມົນຕີ ກໍ່ຍັງໄດ້ສະເໜີບາງວຽກງານ ແລະ ໂຄງການຮ່ວມມືໃນຕໍ່ໜ້າ, ເຊິ່ງລາຍລະອຽດ ແມ່ນມອບໃຫ້ ກົມກອງກ່ຽວຂ້ອງຂອງທັງສອງຝ່າຍ ສຶບຕໍ່ລົງເລິກປຶກສາຫາລືກັນຕື່ມ ແລະ ສະເໜີຝ່າຍຈີນຕາມຂັ້ນຕອນ. ການພົບປະ ແລະ ລາຍງານວຽກໃນຄັ້ງນີ້, ຖືເປັນບາດກ້າວສໍາຄັນ ໃນການຊຸກຍູ້ວຽກງານການຮ່ວມມືລາວ-ຈີນ ໃນຂົງເຂດດັ່ງກ່າວໃນຕໍ່ໜ້າ ໃຫ້ມີຄວາມຫຼາກຫຼາຍ ແລະ ກ້ວາງຂວາງເລີດເຊິ່ງຍິ່ງຂຶ້ນຕາມທິດຮ່ວມມີຊາຕາກຳ ລາວ-ຈີນ.

