• ກະຊວງການເງິນ
  • |
  • 2026-08-26
  • |
  • ສາມອົງການຈັດຕັ້ງ

       ໃນລະຫວ່າງວັນທີ 23-28 ສິງຫາ 2026, ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ລາວ ຈຳນວນ 12 ສະຫາຍ ນຳພາໂດຍ ສະຫາຍ ສົມຈິດ ຄຳມຸງຄຸນ, ຄະນະບໍລິຫານງານພັກ, ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ຫົວໜ້າຫ້ອງການກະຊວງການເງິນ ໄດ້ເດີນທາງໄປຮ່ວມເຮັດວຽກ ແລະ ແລກປ່ຽນບົດຮຽນວຽກງານຊາວໜຸ່ມ ຢູ່ ນະຄອນໂຮຈີມິນສສ ຫວຽດນາມ.

 

       ໃນໂອກາດດັ່ງກ່າວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ເລ ໂດນ, ກຳມະການພັກກະຊວງການເງິນ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມຄອມມູນິດໂຮຈີມິນ, ຄະນະປະຈຳຊາວໜຸ່ມລັດຖະບານ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ສສ ຫວຽດນາມ ພ້ອມດ້ວຍຄະນະ.

        ການຮ່ວມເຮັດວຽກຄັ້ງນີ້ ມຸ່ງເນັ້ນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານວຽກງານຊາວໜຸ່ມ ໃນຂະແໜງການເງິນຂອງສອງປະເທດ, ພ້ອມທັງແລກປ່ຽນບົດຮຽນກ່ຽວກັບການພັດທະນາບຸກຄະລາກອນລຸ້ນໃໝ່. ໃນກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນປຶກສາຫາລືໃນຫຼາຍປະເດັນສຳຄັນ ເປັນຕົ້ນດັ່ງນີ້:

1. ການຈັດຕັ້ງ ແລະ ແນວທາງການດຳເນີນວຽກງານຊາວໜຸ່ມພາຍໃນກະຊວງການເງິນ;

 2. ການສ້າງທັກສະ ແລະ ພັດທະນາສັກກະຍະພາບພະນັກງານ-ຮ່ວມງານໜຸ່ມ;

 3.ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນວຽກງານການເງິນ;

 4.ການສ້າງສະພາບແວດລ້ອມເພື່ອໃຫ້ຊາວໜຸ່ມໄດ້ສະແດງຄວາມສາມາດ ແລະ ປະກອບສ່ວນເຂົ້າໃນການພັດທະນາຂະແໜງການ.

       ພິເສດ, ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນ ເຊັນບົດບັນທຶກການຮ່ວມມື (MoU) ເພື່ອສ້າງກອບການຮ່ວມມືດ້ານວຽກງານຊາວໜຸ່ມຢ່າງເປັນຮູບປະທຳ, ເປັນພື້ນຖານໃນການຈັດກິດຈະກຳຮ່ວມກັນ, ແລກປ່ຽນຄວາມຮູ້-ປະສົບການ ແລະ ພັດທະນາບຸກຄະລາກອນຊາວໜຸ່ມຂະແໜງການເງິນໃນຕໍ່ໜ້າຢ່າງຮອບດ້ານ ເພື່ອຍົກລະດັບສັກກາຍະພາບຂອງຊາວໜຸ່ມໃຫ້ມີຄວາມຫຼາກຫຼາຍໃນແຕ່ລະວຽກງານ.

 

       ນອກຈາກນັ້ນ, ຄະນະຝ່າຍລາວຍັງໄດ້ເຂົ້າຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ວັດທະນະທຳ ແລະ ແຫຼ່ງຮຽນຮູ້ສຳຄັນຢູ່ ນະຄອນໂຮຈີມິນ ເພື່ອສຶກສາຮຽນຮູ້ປະຫວັດສາດອັນເປັນມູນເຊື້ອ ແລະ ບົດຮຽນການພັດທະນາຂອງ ສສ ຫວຽດນາມ.

       ການເດີນທາງໄປຮ່ວມເຮັດວຽກຄັ້ງນີ້ ບໍ່ພຽງແຕ່ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ພິເສດ ລາວ-ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນໂອກາດສຳຄັນໃນການຍົກລະດັບຄວາມຮູ້, ທັກສະ ແລະ ວິໄສທັດຂອງຊາວໜຸ່ມຂະແໜງການເງິນ ເພື່ອເປັນກຳລັງສຳຄັນໃນການສືບຕໍ່ພັດທະນາເສດຖະກິດ-ການເງິນຂອງຊາດ.

© 2025 Copyright: ກະຊວງການເງິນ, ສປປ ລາວ