• ຫ້ອງການ
  • |
  • 2026-09-28
  • |
  • ສາມອົງການຈັດຕັ້ງ

      ໃນວັນທີ 26 ຕຸລາ 2026 ໜ່ວຍສະຫະພັນແມ່ຍິງຫ້ອງການ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2026 ແລະ ແຜນການເຄື່ອນໄຫວ ປີ 2027 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ນວນລະອອງ ທຳມະວົງ ກຳມະການໜ່ວຍພັກຮາກຖານຫ້ອງການ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຮອງຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ນາງ ລັດດາວັນ ຢ່າຊົ່ງກົວ ຮອງຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການ, ຫົວໜ້າ ພະແນກໂຄສະນາຂ່າວສານເສດຖະກິດ ແລະ ການເງິນ ກະຊວງການເງິນ ພ້ອມດ້ວຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຫ້ອງການເຂົ້າຮ່ວມ.

       ຈຸດປະສົງຂອງກອງປະຊຸມແມ່ນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງໜ່ວຍສະຫະພັນແມ່ຍິງຫ້ອງການໃນໄລຍະຜ່ານມາເຊິ່ງກອງປະຊຸມໄດ້ຮັບຝັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ໃນໜຶ່ງສະໃໝຜ່ານມາ ໂດຍຊີໃຫ້ເຫັນຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດ “ແມ່ຍິງ 3 ດີ” ປະຈຳປີ 2026 ດັ່ງນີ້

  • ດ້ານຄຸນສົມບັດດີ: ສະມາຊິກແມ່ຍິງທຸກສະຫາຍໄດ້ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ. 
  • ດ້ານວິຊາຊີບດີ: ໄດ້ຕັ້ງໜ້າຍົກສູງຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບໃນວຽກງານຫ້ອງການ ເປັນຕົ້ນແມ່ນວຽກງານເສນາທິການ ແລະ ວຽກງານວິຊາສະເພາະຢ່າງມີປະສິດທິພາບ. 
  • ດ້ານສ້າງຄອບຄົວວັດທະນະທຳດີ: ເປັນແມ່ເຮືອນທີ່ເຂັ້ມແຂງ, ເປັນແມ່ທີ່ດີຂອງລູກ, ເບິ່ງແຍງດູແລຄອບຄົວໃຫ້ມີຄວາມອົບອຸ່ນ ພ້ອມທັງປະກອບສ່ວນພັດທະນາເສດຖະກິດຄອບຄົວ ແລະ ສังຄົມ.  

        ພ້ອມນັ້ນ,​ ໃນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂ ແລະ ກຳນົດທິດທາງແຜນການ, ຄາດໝາຍສູ້ຊົນທີ່ລະອຽດ, ເໝາະສົມ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນສູງ ໃນປີ 2027.

       ໃນວາລະທີມີຄວາມໝາຍຄວາມສໍາຄັນນີ້, ໄດ້ມີພິທີມອບ ໃບຍ້ອງຍໍ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃຫ້ ສະມາຊິກຜູ້ທີມີຜົນງານດີເດັ່ນ ໂດຍໃຫ້ກຽດໝອບຂອງ ສະຫາຍ ນາງ ນວນລະອງ ທໍາມະວົງ.

       ໂອກາດນີ້, ປະທານກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້, ພ້ອມທັງໄດ້ເນັ້ນໜັກໃຫ້ສະມາຊິກແມ່ຍິງທຸກສະຫາຍສືບສືບຕໍ່ ວຽກງານຈຸດສຸມຄື:

  • ສືບຕໍ່ຍົກສູງຄວາມຮັບຜິດຊອບໃນໜ້າທີ່ວຽກງານ (ແມ່ຍິງພັດທະນາ): ເອົາໃຈໃສ່ຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດ, ເພີ່ມທະວີສະຕິຕໍ່ລະບຽບວິໄນການເຮັດວຽກ ແລະ ມີຫົວຄິດປະດິດສ້າງ. 
  • ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ (ແມ່ຍິງວັດທະນະທຳ): ເປັນແບບຢ່າງໃນການປະພຶດຕົນ, ການແຕ່ງກາຍທີ່ຖືກຕ້ອງຕາມລະບຽບຮີດຄອງປະເພນີ ແລະ ພ້ອມກັນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ. 
  • ສ້າງ ແລະ ບຳລຸງຄອບຄົວໃຫ້ມີຄວາມອົບອຸ່ນ (ແມ່ຍິງສ້າງຄອບຄົວສຸກສັນ): ເອົາໃຈໃສ່ອົບຮົມສັ່ງສອນລູກຫຼານໃຫ້ເປັນຄົນດີ, ສ້າງຄວາມສາມັກຄີປອງດອງ ແລະ ສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ. 
  • ປັບປຸງກໍ່ສ້າງອົງການຈັດຕັ້ງສະຫະພັນແມ່ຍິງໃຫ້ເຂັ້ມແຂງ ປະສານສົມທົບແໜ້ນກັບພາກສ່ວນກ່ຽວຂ້ອງເພື່ອ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກແມ່ຍິງທຸກສະຫາຍ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ