ໃນວັນທີ 1 ກໍລະກົດ 2026, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ (ຄຊປປລ.ກງ) ໄດ້ຈັດກອງປະຊຸມ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານເຄື່ອນໄຫວ ປະຈໍາໄຕມາດ II (ເດືອນ 4, 5, 6) ແລະ ວາງທິດທາງແຜນການ ໄຕມາດ III (ເດືອນ 7, 8, 9) ປະຈຳປີ 2026 ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ, ຫົວໜ້າຫ້ອງການກະຊວງ. ມີຄະນະບໍລິຫານງານຊາວໜຸ່ມ ແລະ ເລຂາໜ່ວຍຊາວໜຸ່ມ ບັນດາກົມອ້ອມຂ້າງກະຊວງການເງິນ ເຂົ້າມຮ່ວມ.

ຜົນສຳເລັດອັນພົ້ນເດັ່ນໃນໄຕມາດ II ທີ່ຜ່ານມາ, ຄຊປປລ ກະຊວງການເງິນ ໄດ້ສຸມໃສ່ຈັດຕັ້ງປະຕິບັດກິດຈະກຳ ແລະ ວຽກງານສຳຄັນຕ່າງໆ. ເຊິ່ງໄດ້ສຳເລັດ ການເຂົ້າຮ່ວມພິທີຢ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ຄັ້ງວັນທີ 03 ເມສາ 2026; ສຳເລັດ ການລົງຊຸກຍູ້ວຽກງານຊາວໜຸ່ມ ຢູ່ແຂວງຫົວພັນ ນໍາໂດຍ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ໄປມອບອຸປະກອນການຮຽນການສອນ, ເຄື່ອງໃຊ້ຫ້ອງການ ແລະ ອຸປະກອນກິລາ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ; ໄດ້ລົງພົບປະຢ້ຽມຢາມປະຊາຊົນ ແລະ ນັກຮຽນຢູ່ບ້ານດ່ານ ເມືອງວຽງໄຊ ແລະ ຢ້ຽມຢາມຄູອາຈານ - ນັກຮຽນຢູ່ໂຮງຮຽນ ມຕ ບ້ານນາທອງ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອມອບອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນ; ພ້ອມກັນນີ້ ຍັງໄດ້ມອບລົດຈັກໄຟຟ້າ 1 ຄັນ ແລະ ຄອມພິວເຕີຕັ້ງໂຕະ 01 ຊຸດ ໃຫ້ແກ່ ສະຫະພັນແມ່ຍິງ ເມືອງວຽງໄຊ ແຂວງຫົວພັນ. ນອກຈາກນີ້ ຄຊປປລ ກະຊວງການເງິນ ໄດ້ປະກອບສ່ວນເຂົ້າຮ່ວມເປັນທີ່ປຶກສາ ຫຼື ຮ່ວມເປັນຄະນະວິຊາການໃນການຮ່າງບົດນໍາສະເໜີ ແລະ ໂຄງການສ້າງຕັ້ງກອງທຶນ ພັດທະນາຊາວໜຸ່ມ-ເຍົາວະຊົນ ຮ່ວມກັບ ຄະນະສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ເຂົ້າຮ່ວມຂະບວນການສໍາຄັນຕ່າງໆ.
ສໍາລັບທິດທາງແຜນການ ປະຈໍາໄຕມາດ III (7,8,9) ປີ 2026 ຈະລົງເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ລະຫວ່າງ ກະຊວງການເງິນ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຢູ່ບັນດາແຂວງ; ກະກຽມ ກອງປະຊຸມວິຊາການ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ; ກະກຽມ ເຊັນ MOU ຮ່ວມກັບຄະນະຊາວໜຸ່ມ ກະຊວງການເງິນ ສສ ຫວຽດນາມ ໃນທ້າຍເດືອນ ສິງຫາ ປີ 2026; ກະກຽມ ສ້າງແຜນກິດຈະກໍາ ກິລາບານເຕະຊາຍຊີງຂັນ ສະຫາຍເລຂາຄະນະບໍລິຫານງານພັກ ກະຊວງການເງິນ ຄັ້ງທີ V ແລະ ສ້າງແຜນກິດຈະກໍາກິລາ ຮ່ວມກັບບັນດາກະຊວງ ແຮກສ່ຽວ ພ້ອມທັງສ້າງແຜນ ລົງຊ່ວຍເຫຼືອໂຮງຮຽນຫ່າງໄກສອກຫຼີກ ອີກດ້ວຍ.