• ກົມງົບປະມານແຫ່ງລັດ
  • |
  • 2026-11-04
  • |
  • ວຽກວິຊາສະເພາະ

       ກອງປະຊຸມຮ່ວມມືທາງດ້ານວິຊາການລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສປປ ລາວ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດນາມ ໄດ້ຈັດຂື້ນ ໃນວັນທີ 03 ພະຈິກ 2026, ເຊິ່ງ ຝ່າຍ ສປປ ລາວ ນໍາໂດຍ ທ່ານ ທໍາມະລົດ ຣາຊະພົນ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ຝ່າຍ ຫວຽດນາມ ນຳໂດຍ ທ່ານ ຫງວ້ຽນ ເຕີນ ທິ້ງ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽກນາມ ມີຄະນະຮັບຜິດຊອບທີກ່ຽວຂ້ອງ ທັງສອງຝ່າຍ ແລະ ຕາງໜ້າຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.

         ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອຍົກລະດັບ ແລະ ຜັນຂະຫຍາຍວຽກງານຮ່ວມມືດ້ານວິຊາການ ໃນຂົງເຂດການຄຸ້ມຄອງຊັບສິນແຫ່ງລັດ, ສອງຝ່າຍໄດ້ໃຫ້ຄວາມສຳຄັນ, ບົດຮຽນ ແລະ ປະສົບການຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ການສ້າງ ແລະ ປັບປຸງນິຕິກຳກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການຄຸ້ມຄອງ, ຕິດຕາມ ແລະ ບໍາລຸງຮັກສາຊັບສິນຂອງລັດ ໃຫ້ມີປະສິທິພາບ, ໂປ່ງໃສ, ປະຢັດ ແລະ ມີປະສິດທິຜົນ.

       ພ້ອມດຽວກັນນັ້ນ, ກໍເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງກະຊວງການເງິນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

        ກອງປະຊຸມດັ່ງກ່າວ ບໍ່ພຽງແຕ່ເປັນການແລກປ່ຽນດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນຂີດໝາຍອັນສຳຄັນໃນການກະກຽມ ແລະ ຜັນຂະຫຍາຍແຜນງານຮ່ວມມືໄລຍະຍາວ ລະຫວ່າງ ບັນດາກົມທີ່ກ່ຽວຂ້ອງກະຊວງ ໃຫ້ມີຄວາມໜັກແໜ້ນ, ທັນສະໄໝ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນຍຸກການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່.

        ໃນຕອນທ້າຍຂອງກອງປະຊຸມ, ຄະນະວິຊາການທັງສອງປະເທດ ໄດ້ສົນທະນາປະກອບຄໍາຄິດເຫັນຮ່ວມກັນກ່ຽວກັບແຜນການຮ່ວມມືສອງຝ່າຍໃນປີ 2027, ພ້ອມທັງກະກຽມເນື້ອໃນ ໄປສູ່ການຮ່າງ ແລະ ລົງນາມໃນ ບົດບັນທຶກຊ່ວຍຈໍາ (MOU) ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບສິນແຫ່ງລັດຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຍິ່ງໆຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ