ໃນວັນທີ 16 ກໍລະກົດ 2026, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ ຄະນະຊາວໜຸ່ມ 4 ບຸກ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ວຽງສາລີ ອິນທະພົມ ກໍາມະການພັກ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ(ນວ), ສະຫາຍ ຫຸມແພງ ສີສົມບັດ ຄະນະເລຂາທິການສູນກາງຊາວໜຸ່ມ, ກໍາມະການພັກ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນວ ແລະ ສະຫາຍ ສຸລິເດດ ສະວັນນະຈູມຄຳ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານພະແນກການເງິນ ນວ ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມ ປປລ ຮາກຖານພະແນການເງິນ ນວ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ສຸລິເດດ ສຸວັນນະຈູມຄໍາ ກໍໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຂອງ ຄະນະບໍລິຫານງານຊາວໜຸ່ມ ປປລ ຮາກຖານພະແນກການການເງິນ ນວ ປະຈຳປີ 2025 ແລະ ທິດທາງແຜນການປີ 2026.
ຄະນະຊາວໜຸ່ມ ປປລ ຮາກຖານພະແນກການເງິນ ນວ ປະກອບມີ 5 ໜ່ວຍທີ່ຂຶ້ນກັບຄື: ໜ່ວຍຊາວໜຸ່ມຂະແໜງຈັດຕັ້ງ-ບໍລິຫານ, ກວດກາ, ບັນຊີ ແລະງົ ບປະມານ; ໜ່ວຍຊາວໜຸ່ມຄຸ້ມຄອງຊັບສິນຂອງລັດ; ໜ່ວຍຊາວໜຸ່ມຄັງເງິນປະຈໍາ ນວ; ໜ່ວຍຊາວໜຸ່ມສ່ວຍສາອາກອນ ປະຈຳ ນວ ແລະ ໜ່ວຍຊາວໜຸ່ມພາສີ ປະຈໍາ ນວ. ຄະນະຊາວໜຸ່ມໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດຢ່າງເປັນປົກກະຕິ, ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ມີແບບແຜນການດຳລົງຊີວິດທີ່ປອດໃສ, ສາມາດບັນລຸມາດຖານ ຖືກຈັດປະເພດເປັນສະມາຊິກຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ 4 ບຸກ ປະເພດແຂງ ພ້ອມນັ້ນ, ຄະນະບໍລິຫານງານຊາວໜຸ່ມ ປປລ ໄດ້ຫັນວຽກງານການເງິນເປັນທັນສະໄໝ ໂດຍການນຳໃຊ້ລະບົບ TaxRIS ຄຸ້ມຄອງຫົວໜ່ວຍທຸລະກິດ ເຊິ່ງເຂົ້າລະບົບແລ້ວ 73,036 ຫົວໜ່ວຍ, ນຳໃຊ້ລະບົບ NSWA+ ແລະ CBTM ໃນວຽກງານພາສີ ເຮັດໃຫ້ສາມາດຈັດເກັບລາຍຮັບ ຈາກການນຳເຂົ້າພາຫະນະເພີ່ມຂຶ້ນ 138.21% ແລະ ລາຍຮັບຈາກນໍ້າມັນເຊື້ອໄຟເພີ່ມຂື້ນ 69,72%ທຽບໃສ່ປີຜ່ານມາ, ຄຸ້ມຄອງຊັບສິນຂອງລັດຜ່ານລະບົບ AMIS ແລະ ຕິດ QR Code ໃສ່ລົດລັດໄດ້ 1,117 ຄັນ ເທົ່າກັບ 100% ຂອງພາຫະນະທີ່ໄດ້ຮັບຮອງ ແລະ ນຳໃຊ້ລະບົບການຊຳລະຜ່ານ Smart Cash ແລະ E-payment ເພື່ອຄວາມໂປ່ງໃສ.
ໃນວາລະດຽວກັນ, ສະຫາຍ ຂັນຕີ ສີລິວົງ ຫົວໜ້າຂະແໜງຈັດຕັ້ງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຢັ້ງຢືນ 4 ບຸກ, ຂໍ້ຕົກລົງວ່າດ້ວຍການຍ້ອງຍໍສະມາຊິກຊາວໜຸ່ມ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ ປະຈຳປີ 2025 ຈຳນວນ 174 ສະຫາຍ ຍິງ 80 ສະຫາຍ ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງຄະນະບໍລິຫານງານຊາວໜຸ່ມ ປປລ ຮາກຖານພະແນກການເງິນ ຊຸດທີ III ພ້ອມທັງຈັດພິທີມອບໃບຢັ້ງຢືນຢ່າງສົມກຽດ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ຫຸມແພງ ສີສົມບັດ ຄະນະເລຂາທິການສູນກາງຊາວໜຸ່ມ, ກໍາມະການພັກ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນວ.
ໃນຕອນທ້າຍຂອງພິທີ, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງປະທານກອງປະຊຸມ ເພື່ອເຮັດໃຫ້ພິທີປະກາດ 4 ບຸກ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ແລະ ມີຍຸດທະສາດກ້າວໄປຢ່າງຕັ້ງໜ້າ.
![]() | ![]() |

