ໃນວັນທີ 26 ຕຸລາ 2026 ກະຊວງການເງິນ ສປປ ລາວ ແລະ ມະຫາວິທະຍາໄລໂກເບ (GSICS) ປະເທດຍີ່ປຸ່ນ ໄດ້ບັນລຸຂໍ້ຕົກລົງສຳຄັນໃນການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອແນໃສ່ສົ່ງເສີມການຮ່ວມມືທາງດ້ານວິຊາການ ແລະ ພັດທະນາຊັບພະຍາກອນມະນຸດໃນຂົງເຂດການເງິນແຫ່ງລັດ, ນະໂຍບາຍສາທາລະນະ ແລະ ການບໍລິຫານລັດ. ໂອກາດດັ່ງກ່າວ, ທ່ານ ປອ. ຟູຈິຊາວະ ມາຊາໂຕະ ອະທິການບໍດີ ມະຫາວິທະຍາໄລໂກເບ ໄດ້ເຂົ້າພົບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ລາຍງານຈຸດປະສົງໃນການມາຄັ້ງນີ້. ພິທີລົງນາມດັ່ງກ່າວ ຕາງໜ້າເຊັນໂດຍ ທ່ານ ປອ. ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ປອ. ຟູຈິຊາວະ ມາຊາໂຕະ ອະທິການບໍດີ ມະຫາວິທະຍາໄລໂກເບ ແລະ ທ່ານ ປອ. ອູຈິດະ ຢູອິຈິໂຣ ຄະນະບໍດີ GSICS. ພ້ອມກັບລົງນາມເຊັນບົດບັນທຶກດັ່ງກ່າວ, ເຊິ່ງຈະມີຜົນບັງຄັບໃຊ້ເປັນໄລຍະເວລາ 5 ປີ ນັບແຕ່ວັນລົງນາມໂດຍຕົວແທນຂອງທັງສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ. ພາຍໃຕ້ຂອບການຮ່ວມມືດັ່ງກ່າວ, ທັງສອງສະຖາບັນຈະຈັດຕັ້ງປະຕິບັດ 5 ໂຄງການແລກປ່ຽນຫຼັກ. ກະຊວງການເງິນ ຈະຮັບເອົານັກສຶກສາຈາກ GSICS ເຂົ້າມາຝຶກງານ ແລະ ຄົ້ນຄວ້າຢູ່ ສປປ ລາວ ໂດຍນັກສຶກສາຈະສາມາດນຳໃຊ້ຂໍ້ມູນທີ່ເກັບກຳໄດ້ເຂົ້າໃນການຕີພິມບົດຄວາມທາງວິຊາການ. ຄຽງຄູ່ກັນນັ້ນ, ຄະນະອາຈານຈາກ GSICS ຈະເຂົ້າມາມີບົດບາດໃນການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ຈັດການຝຶກອົບຮົມຍົກລະດັບຂີດຄວາມສາມາດໃຫ້ແກ່ບຸກຄະລາກອນຂອງກະຊວງການເງິນ. ນອກຈາກນີ້, ຜູ້ສ້າງນະໂຍບາຍ ແລະ ຊ່ຽວຊານຈາກກະຊວງການເງິນ ກໍຈະເດີນທາງໄປຈັດກອງປະຊຸມສຳມະນາ ແລະ ບັນຍາຍ ຢູ່ ມະຫາວິທະຍາໄລໂກເບ GSICS ເຊັ່ນດຽວກັນ. ການລົງນາມໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການແລກປ່ຽນບົດຮຽນລະຫວ່າງສະຖາບັນດັ່ງກ່າວ ເຊິ່ງຈະປະກອບສ່ວນໂດຍກົງເຂົ້າໃນການພັດທະນາ ແລະ ຈັດຕັ້ງປະຕິບັດນະໂຍບາຍ ພ້ອມທັງສົ່ງເສີມຄວາມເຂົ້າໃຈຂອງມວນຊົນກ່ຽວກັບການເງິນ ແລະ ການພັດທະນາ ຢູ່ ສປປ ລາວ. 







