ໃນວັນທີ 5 ພະຈິກ 2026 ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປະຖົມມະລຶກຄະນະຊີ້ນຳວຽກງານປະຊາກອນ ແລະ ເປີດເຜີຍແຜ່ "ແຜນດຳເນີນງານວ່າດ້ວຍຜົນປະໂຫຍດດ້ານປະຊາກອນ ຂອງ ສປປ ລາວ (2025-2030)". ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ແບກທີຢໍ ຄາດິເຣີຟ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງຕ່າງໆເຂົ້າຮ່ວມ.
ເຂົ້າເບິ່ງທັງໝົດ
ເຂົ້າເບິ່ງໃນປີນີ້
ເຂົ້າເບິ່ງໃນເດືອນນີ້
ເຂົ້າເບິ່ງໃນມື້ນີ້