• ກະຊວງການເງິນ
  • |
  • 2026-11-06
  • |
  • ວຽກວິຊາສະເພາະ

       ກະຊວງການເງິນ ຮ່ວມກັບອົງການສະຫະປະຊາຊາດສຳລັບເດັກ (UNICEF) ໄດ້ຈັດກອງປະຊຸມເຜີຍແຜ່ປະຈຳປີ ວຽກງານສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ຄັ້ງທີ 7 ເພື່ອຊຸກຍູ້ການວາງນະໂຍບາຍ ແລະ ການລົງທຶນແບບຮອບດ້ານ, ໃນວັນທີ 6 ພະຈິກ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສິດທິລົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ມາກະລີ ໂຣເມເດັນ ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, 6 ແຂວງເປົ້າໝາຍ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

       ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເຜີຍແຜ່ຜົນການຄົ້ນພົບ ແລະ ຂໍ້ມູນຫຼັກຖານໃໝ່ດ້ານໂພຊະນາການ ຈາກໂຄງການ NIPN ຜ່ານມາ ໂຄງການໄດ້ສ້າງຖານຂໍ້ມູນທີ່ລວມສູນ, ພັດທະນາ ການວິເຄາະນະໂຍບາຍ ແລະ ສ້າງບົດຄົ້ນຄວ້າທີ່ຊ່ວຍໃຫ້ລັດຖະບານສາມາດຕິດຕາມ ແລະ ວາງແຜນການລົງທຶນໃສ່ວຽກງານໂພຊະນາການໄດ້ຢ່າງມີປະສິດທິພາບ.

       ໃນໂອກາດນີ້, ປະທານ ກອງປະຊຸມໄດ້ເນັ້ນເຖິງຄວາມສຳຄັນຂອງຂໍ້ມູນຫຼັກຖານທາງວິຊາການ ທີ່ຊ່ວຍໃຫ້ຜູ້ວາງນະໂຍບາຍສາມາດຮັບມືກັບບັນຫາການຂາດສານອາຫານ ແລະ ການຂາດສານອາຫານແບບທັບຊ້ອນ ໄດ້ຢ່າງທັນການ. 

        ພ້ອມນັ້ນ,ຍັງໄດ້ຮຽກຮ້ອງໃຫ້ທຸກຂະແໜງການສຸມໃສ່ການລົງທຶນໃສ່ວຽກງານໂພຊະນາການຂອງແມ່ ແລະ ເດັກ, ປັບປຸງຄຸນນະພາບການບໍລິການສາທາລະນະສຸກ, ເພີ່ມທະວີການມີສ່ວນຮ່ວມຂອງລະບົບອາຫານ (ຕັ້ງແຕ່ການຜະລິດ, ການຈໍາໜ່າຍ ຈົນເຖິງການບໍລິໂພກ) ພ້ອມທັງສ້າງນິຕິກຳທີ່ປົກປ້ອງລະບົບອາຫານພາຍໃນປະເທດ ເພື່ອ ກຽມຜັນຂະຫຍາຍເຂົ້າໃນ “ແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການ (2026-2030)” ໃຫ້ເກີດຜົນເປັນຮູບປະທຳ.   

© 2025 Copyright: ກະຊວງການເງິນ, ສປປ ລາວ