ໃນລະຫວ່າງວັນທີ 05–06 ພະຈິກ 2026, ໜ່ວຍງານຄຸ້ມຄອງໂຄງການ (PMU) ຫ້ອງການກະຊວງການເງິນ ຮ່ວມກັບ ທະນາຄານໂລກ (World Bank) ແລະ ບໍລິສັດ Techno Brain ໄດ້ຈັດ ກອງປະຊຸມສຳມະນາວິຊາການ “ການສື່ສານການປ່ຽນແປງ” ໂດຍການເປັນປະທານຂອງ ທ່ານ ວຽງສອນ ເພັດສີນວນ ຮອງຫົວໜ້າຄັງເງິນແຫ່ງລັດ, ມີ ວິທະຍາກອນ, ນັກສໍາມະນາກອນ ແລະ ໜ່ວຍງານ ຄຸ້ມຄອງໂຄງການ (PMU)ເຂົ້າຮ່ວມ.
ກອງປະຊຸມສຳມະນາຄັ້ງນີ້ ເປັນບາດກ້າວຍຸດທະສາດສຳຄັນ ໃນການຮອງຮັບການຈັດຕັ້ງປະຕິບັດ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ໃຫ້ມີຄວາມຄ່ອງຕົວ, ໂປ່ງໃສ ແລະ ຍືນຍົງ ເຊິ່ງກອງປະຊຸມໄດ້ລົງເລີກຄົ້ນຄວ້າບັນດາເນື້ອໃນສໍາຄັນຕົ້ນຕໍຄື:
- ຄົ້ນຄວ້າຜົນການວິເຄາະຜົນກະທົບ ແລະ ຄວາມຕ້ອງການດ້ານການຝຶກອົບຮົມ ເພື່ອສ້າງແຫຼ່ງຂໍ້ຄວາມສໍາຄັນ, ກຳນົດຊ່ອງທາງສື່ສານແບບຫຼາຍຊອງທາງ ແລະ ສ້າງແຜນປະຕິທິນການສື່ສານຂອງການ ປະຕິບັດງານດັ່ງກ່າວ ເພື່ອຫຼຸດຜ່ອນຊ່ອງຫວ່າງຄວາມເຂົ້າໃຈຂາດເຂືອນຂອງພະນັກງານບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ.
- ນໍາສະເໜີຮຽນຈາກສາກົນ ພ້ອມທັງນຳໃຊ້ແນວຄິດ ADKAR ເພື່ອວິເຄາະຫາສາເຫດຕົ້ນຕໍ, ສ້າງລະບົບດັດສະນີແຈ້ງເຕືອນລ່ວງໜ້າ ແລະ ສ້າງແຜນຕອບໂຕ້ຢ່າງທັນການການ ເພື່ອຮັບປະກັນການນຳໃຊ້ລະບົບ(IFMIS) ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ຜ່ານກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມສໍາມະນາ ໄດ້ລົງເລິກຮຽນຮູ້ບົດຮຽນຂອງສາກົນ ແລະ ກຳນົດທິດທາງ, ຂັ້ນຕອນການເຜີຍແຜ່ແນະນໍາເປົ້າໝາຍການນໍາໃຊ້ລະບົບດັ່ງກ່າວຢ່າງຖືກຕ້ອງ ແລະ ເປັນເອກະພາບ ຕາມທິດຫັນວຽກງານຄຸ້ມຄອງການເງິນແຫ່ງລັດສູ່ລະບົບດີຈິຕອນຢ່າງເປັນຮູບປະທໍາ.