ໃນວັນທີ 4 ພະຈິກ ປີ 2026 ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຮ່ວມກັບບໍລິສັດ ສ໌ມາດເບຣນ ຈຳກັດຜູ້ດຽວ ໄດ້ເປີດຊຸດຝືກການນຳໃຊ້ລະບົບ ປ້ອນຂໍ້ມູນເຂົ້າໃນລະບົບຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຼນິກ (AMIS) ໃຫ້ພະນັກງານ-ລັດຖະກອນ ສູນສະຖິຕິແຫ່ງຊາດ, ບັນດາກົມ, ທຽບເທົ່າກົມ ແລະ ສະຖາບັນ ອ້ອມຂ້າງກະຊວງການເງິນ ຊຸດທີ IV ປະຈໍາປີ 2026, ເຊິ່ງການຝຶກອົບຮົມໃນຄັ້ງນີ້ ປະກອບມີ 4 ໂມດູນຄື: 1) ການຄຸ້ມຄອງລັດຖະສົມບັດ (ລົດຂອງລັດ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເຟີນິເຈີ, ທີ່ດິນ-ສິ່ງປຸກສ້າງຂອງລັດ), 2) ການຄຸ້ມຄອງ ແຜນການຊື້ຊັບສິນຂອງລັດ, 3) ການບໍາລຸງຮັກສາ ແລະ ສ້ອມແປງລົດຂອງລັດ, 4) ຜັນຂະຫຍາຍການນໍາໃຊ້ AMIS App.
ໂອກາດນີ້, ທ່ານ ຍົມມະລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ມີຄຳເຫັນວ່າ: ການຄຸ້ມຄອງຊັບສິນຂອງລັດ ດ້ວຍລະບົບທັນສະໄໝ ແມ່ນຫຼັກການຄຸ້ມຄອງ ຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ ແລະ ຄຸ້ມຄອງຂໍ້ມູນສະຖິຕິຊັບສິນຂອງລັດ ປະເພດລັດຖະສົມບັດ ປະກອບມີສັງຫາລິມະຊັບ (ລົດຂອງລັດ, ພັດສະດຸວັດຖຸປະກອນຂອງລັດ) ແລະ ອະສັງຫາລິມະຊັບ (ທີ່ດິນ, ສິ່ງປຸກສ້າງຂອງລັດ) ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານ ໃນຂອບເຂດທົ່ວປະເທດ.
ໂຄງການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS) ແມ່ນການພັດທະນາລະບົບເຕັກໂນໂລຊີ-ຂໍ້ມູນ ຂ່າວສານ ໂດຍການຫັນການຄຸ້ມຄອງ ວຽກງານຊັບສິນຂອງລັດໃຫ້ເປັນທັນສະໄໝ; ຄຸ້ມຄອງນຳໃຊ້ລະບົບເຕັກໂນໂລຊີ, ຈະສ້າງໃບໜ້າໃໝ່ໃຫ້ກັບການຄຸ້ມຄອງຂໍ້ມູນຂ່າວສານຊັບສິນຂອງລັດ ຢ່າງເປັນລະບົບຄົບຊຸດ ແລະ ເອກະພາບໃນຂອບເຂດທົ່ວປະເທດ.
ການຝຶກອົບຮົມການນຳໃຊ້ລະບົບໃນຄັ້ງນີ້, ແມ່ນການສືບຕໍ່ບຳລຸງ ແລະ ກໍ່ສ້າງພະນັກງານ ທີ່ຮັບຜິດຊອບບັນຊີຊັບສິນຂອງລັດ ໃຫ້ມີຄວາມຮູ້-ຄວາມສາມາດ ດ້ານວິຊາສະເພາະ ແລະ ຄວາມຮູ້ທາງດ້ານເຕັກນິກວິທະຍາສາດ ໃນລະດັບທີ່ແນ່ນອນເປັນສິ່ງ ສຳຄັນ ແລະ ຈຳເປັນຫຼາຍ ໃນເງື່ອນໄຂໃໝ່ຕາມທິດ ການຫັນເປັນເສດຖະກິດ ດິຈິຕ໋ອນ ຂອງລັດຖະບານ, ໃນການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານຄຸ້ມຄອງຊັບສິນ ຂອງບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ.
ພ້ອມນີ້ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ ນັກສຳມະນາກອນ ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາເອົາໃຈໃສ່ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ນຳ ວີທະຍາກອນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳເອົາລະບົບ AMIS ໄປບັນຈຸເຂົ້າໃນກຸ່ມວຽກຄຸ້ມຄອງການຂຶ້ນບັນຊີ-ຂຶ້ນທະບຽນຊັບສິນ ແລະ ຕິດຕາມບັນຊີຊັບສີິນ ທີ່ຢູ່ໃນການຄຸ້ມຄອງນໍາໃຊ້ຂອງແຕ່ລະພາກສ່ວນໃຫ້ມີປະສິດທິຜົນ.