ໃນວັນທີ 3 ພະຈິກ 2026, ໜ່ວຍກຳມະບານຮາກຖານ ກົມງົບປະມາານແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ແລະ ວາງທິດທາງແຜນການປະຈຳປີ 2027 ໂດຍການເປັນປະທານຮ່ວມຂອງ ສະຫາຍ ໜູເຊີຍ ພົມສີຈັນ ເລຂາໜ່ວຍພັກ, ຫົວໜ້າກົມງົບປະມານແຫ່ງລັດ ແລະ ສະຫາຍ ສຸພາວັນ ພັນທະວີໄລ ຫົວໜ້າໜ່ວຍກຳມະບານຮາກຖານ, ມີຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກກຳມະບານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຜ່ານຮ່າງແຜນດຳເນີນງານສະໄໝທີ IX (2026–2030) ແລະ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຕົນ ໃນໄລຍະ 1 ປີຜ່ານມາ ທີ່ຄະນະໜ່ວຍ ແລະ ສະມາຊິກກຳມະບານ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ,ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ໃນການຍູ້ແຮງຂະບວນການແຂ່ງຂັນ "5 ເປັນເຈົ້າ" ຕິດພັນກັບການປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ. ໃນດ້ານວຽກງານວິຊາສະເພາະ, ສະມາຊິກກຳມະບານໄດ້ກາຍເປັນກຳລັງຫຼັກໃນການຂັບເຄື່ອນວຽກງານລະດັບມະຫາພາກຂອງຊາດ. ຜົນງານທີ່ພົ້ນເດັ່ນລວມມີການເປັນເຈົ້າການຈັດກອງປະຊຸມສະຫຼຸບວຽກງານຈຸດສຸມງົບປະມານແຫ່ງລັດ ປີ 2025 ແລະ ວາງທິດທາງ ປີ 2026. ນອກຈາກນີ້, ຍັງໄດ້ລົງເລິກຄົ້ນຄວ້າການປະຕິຮູບລະບອບເງິນເດືອນ, ເງິນບຳເນັດ ແລະ ເງິນອຸດໜູນຄ່າຄອງຊີບ. ວຽກງານການສ້າງນິຕິກຳກໍມີຄວາມຄືບໜ້າຢ່າງແຂງແຮງ, ໂດຍສະເພາະການຜ່ານຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ເພື່ອນຳສະເໜີຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເພື່ອຮັບຮອງ ສຳລັບການພົວພັນ ແລະ ຮ່ວມມືສາກົນ, ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນໃນການແລກປ່ຽນບົດຮຽນ ເປັນຕົ້ນແມ່ນດ້ານກົດໝາຍງົບປະມານກັບປະເທດມົງໂກລີ ແລະ ການສ້າງກົດໝາຍຄັງເງິນຮ່ວມກັບອິນໂດເນເຊຍ. ພ້ອມດຽວກັນນັ້ນ, ຍັງໄດ້ຮ່ວມມືກັບຄະນະຊ່ຽວຊານຈາກ EU, ອົງການ IFC, ທະນາຄານໂລກ (World Bank) ແລະ ກອງທຶນການເງິນສາກົນ (IMF) ເພື່ອປຶກສາຫາລືການພັດທະນາລະບົບການເງິນພາກລັດໃຫ້ທັນສະໄໝ ແລະ ການສ້າງແຜນງົບປະມານສີຂຽວ. ສຳລັບທິດທາງແຜນການ ໃນປີ 2027, ກຳມະບານຮາກຖານກົມງົບປະມານແຫ່ງລັດ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ໜັກແໜ້ນ, ໃນດ້ານນະໂຍບາຍການດຳລົງຊີວິດ, ຈະເລັ່ງຄົ້ນຄວ້າສ້າງຕັ້ງຄັງເງິນຂອງກຳມະບານຮາກຖານກົມ ເພື່ອໃຊ້ເປັນກອງທຶນລວມສະໜັບສະໜູນການພັດທະນາເສດຖະກິດຄອບຄົວຂອງສະມາຊິກ ຜ່ານການປູກຝັງ ແລະ ລ້ຽງສັດ. ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ແລະ ຍູ້ແຮງຂະບວນການແຂງຂັນ "5 ເປັນເຈົ້າ" ໃຫ້ລົງເລິກເຖິງຮາກຖານຢ່າງແທ້ຈິງ, ແທດເໝາະກັບຕົວຈິງ ເພື່ອຍົກລະດັບປະສິດທິພາບຂອງບົດສະຫຼຸບໃນຕໍ່ໜ້າໃຫ້ມີຄວາມສົມບູນຍິ່ງຂຶ້ນ.






