ໃນວັນທີ 5 ພະຈິກ 2026 ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປະຖົມມະລຶກຄະນະຊີ້ນຳວຽກງານປະຊາກອນ ແລະ ເປີດເຜີຍແຜ່ "ແຜນດຳເນີນງານວ່າດ້ວຍຜົນປະໂຫຍດດ້ານປະຊາກອນ ຂອງ ສປປ ລາວ (2025-2030)". ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ແບກທີຢໍ ຄາດິເຣີຟ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງຕ່າງໆເຂົ້າຮ່ວມ. ປະຈຸບັນ, ໂຄງສ້າງປະຊາກອນຂອງ ສປປ ລາວ ມີການປ່ຽນແປງຢ່າງວ່ອງໄວ ເຊິ່ງອັດຕາການເກີດໄດ້ຫຼຸດລົງຈາກ 6,3 ຄົນຕໍ່ແມ່ຍິງໜຶ່ງຄົນໃນປີ 1950 ມາເປັນ 2,4 ຄົນໃນປີ 2024, ຂະນະທີ່ອາຍຸຍືນສະເລ່ຍກໍເພີ່ມຂຶ້ນ. ການປ່ຽນແປງນີ້ ເຮັດໃຫ້ສັດສ່ວນປະຊາກອນໄວອອກແຮງງານເພີ່ມຂຶ້ນ ເຊິ່ງເປັນເງື່ອນໄຂອັນດີໃນການຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວ. ແນວໃດກໍຕາມ, ແຜນດຳເນີນງານໄດ້ເຕືອນວ່າ ກາລະໂອກາດທາງປະຊາກອນນີ້ຈະປິດລົງໃນຊ່ວງປີ 2055-2060 ແລະ ຜົນປະໂຫຍດຈະບໍ່ເກີດຂຶ້ນແບບອັດຕະໂນມັດ ຖ້າປະຊາຊົນບໍ່ສາມາດເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ການຈ້າງງານທີ່ມີຄຸນນະພາບ. ໃນກອງປະຊຸມ, ທ່ານ ປອ ສິດທິຣົດ ຣາຊະພົນ ກ່າວເນັ້ນວ່າ: ແຜນດຳເນີນງານນີ້ ບໍ່ແມ່ນນະໂຍບາຍໃໝ່ທີ່ສ້າງມາແຂ່ງຂັນກັບອັນເກົ່າ, ແຕ່ເປັນການຜັນຂະຫຍາຍນະໂຍບາຍທີ່ມີຢູ່ແລ້ວ ເຊັ່ນ: ນະໂຍບາຍດ້ານປະຊາກອນ ແລະ ການພັດທະນາ (2019-2030) ແລະ ຍຸດທະສາດພັດທະນາຊາວໜຸ່ມ (2021-2030) ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ຍັງໄດ້ມີການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ເພື່ອໃຫ້ທຸກພາກສ່ວນຮັບຮູ້ພາລະບົດບາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ໃນກອງປະຊຸມ, ທ່ານ ປອ ແບກທີຢໍ ຄາດິໂຣຟ ໄດ້ຢືນຢັນຄວາມໝັ້ນໝາຍຂອງ UNFPA ທີ່ຈະຊ່ວຍລັດຖະບານລາວ ໃນການຫັນແຜນດັ່ງກ່າວເປັນການລົງທຶນ ແລະ ຈັດສັນງົບປະມານຕົວຈິງ. ທ່ານກ່າວວ່າ: "ກາລະໂອກາດທາງດ້ານປະຊາກອນ ຈະເປັນຈິງໄດ້ແມ່ນຂຶ້ນກັບການລົງທຶນໃສ່ຊັບພະຍາກອນມະນຸດໃນມື້ນີ້ ໂດຍສະເພາະການສ້າງສຸຂະພາບທີ່ແຂງແຮງ, ການສຶກສາ ແລະ ວຽກເຮັດງານທຳທີ່ດີໃຫ້ແກ່ໄວໜຸ່ມ". ໃນຕອນທ້າຍຂອງກອງປະຊຸມ ໄດ້ມີພິທີມອບ-ຮັບແຜນດຳເນີນງານດັ່ງກ່າວຢ່າງເປັນທາງການ ລະຫວ່າງ ຜູ້ຕາງໜ້າ UNFPA ແລະ ຮອງລັດຖະມົນຕີກະຊວງການເງິນ. ຫຼັງຈາກນີ້, ການຈັດຕັ້ງປະຕິບັດຈະຮຽກຮ້ອງໃຫ້ມີການປະສານງານກັນຢ່າງແໜ້ນແຟ້ນ ລະຫວ່າງທຸກຂະແໜງການ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເພື່ອຮັບປະກັນການລົງທຶນທີ່ກົງຈຸດ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ.






