ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໄດ້ໄຂຂຶ້ນ ວັນທີ 22-23 ມັງກອນ 2026 ຢູ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍ ເປັນປະທານຂອງ ທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈຳເມືອງ, ນະຄອນ, ເຂດເສດຖະກິດພິເສດ ແລະ ພະນັກງານວິຊາການຫຼັກແຫຼ່ງເຂົ້າຮ່ວມ.
ເຂົ້າເບິ່ງທັງໝົດ
ເຂົ້າເບິ່ງໃນປີນີ້
ເຂົ້າເບິ່ງໃນເດືອນນີ້
ເຂົ້າເບິ່ງໃນມື້ນີ້