• ກະຊວງການເງິນ
  • |
  • 2026-09-24
  • |
  • ວຽກວິຊາສະເພາະ

              ໃນຕອນບ່າຍຂອງວັນທີ 23 ກັນຍາ 2026, ໄດ້ຈັດພິທີປະກາດ ແລະ ມອບ-ຮັບ ການໂອນໜ້າວຽກຈໍານວນໜຶ່ງ ຈາກກົມຄຸ້ມຄອງວິສາຫະກິດການເງິນ ໄປຂຶ້ນກັບບັນດາກົມອ້ອມຂ້າງກະຊວງການເງິນ. ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈຸມຄຳ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ; ມີທ່ານ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ, ພ້ອມດ້ວຍຄະນະກົມ ແລະ ພະນັກງານຈາກບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໃນກອງປະຊຸມ, ທ່ານ ອຸບັນ ສຸພິດາ ໄດ້ຜ່ານບົດບັນທຶກການມອບໂອນວຽກຈາກກົມຄຸ້ມຄອງວິສາຫະກິດການເງິນ ໄປຂຶ້ນກັບບັນດາກົມ ແລະ ຜ່ານຂໍ້ຕົກລົງຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສະບັບເລກທີ 3288/ກງ, ລົງວັນທີ 14 ສິງຫາ 2026 ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານ ດັ່ງນີ້:

       1. ໂອນວຽກງານຄຸ້ມຄອງທຸລະກິດໂລຈິສຕິກ (ລະບົບຊິງຊັ່ງທັນສະໄໝ, ລະບົບສາງ ແລະ ວຽກງານກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ) ທີ່ໄດ້ກຳນົດໃນ ມາດຕາ 9 ຂອງຂໍ້ຕົກລົງ ສະບັບເລກທີ 3838/ກງ, ລົງວັນທີ 30 ຕຸລາ 2025 ແລະ ເອກະສານຄົ້ນຄວ້າຂອງ ກົມຄຸ້ມຄອງວິສາຫະກິດການເງິນ ສະບັບເລກທີ 0720/ຄວກ, ລົງວັນທີ 16 ມິຖຸນາ 2026 ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ໄປຂຶ້ນກັບ ກົມພາສີ;

       2. ໂອນວຽກງານຄຸ້ມຄອງທຸລະກິດປະເມີນມູນຄ່າຊັບສິນ ທີ່ໄດ້ກຳນົດໃນ ມາດຕາ 9 ຂອງຂໍ້ຕົກລົງ ສະບັບເລກທີ 3838/ກງ, ລົງວັນທີ 30 ຕຸລາ 2025 ແລະ ເອກະສານຄົ້ນຄວ້າຂອງ ກົມຄຸ້ມຄອງວິສາຫະກິດການເງິນ ສະບັບເລກທີ 0720/ຄວກ, ລົງວັນທີ 16 ມິຖຸນາ 2026 ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ໄປຂຶ້ນກັບ ກົມຄຸ້ມຄອງຊັບສິນແຫ່ງລັດ;

        3. ໂອນວຽກງານຄຸ້ມຄອງທຸລະກິດທີ່ປຶກສາການເງິນ ທີ່ໄດ້ກຳນົດໃນ ມາດຕາ 9 ຂອງຂໍ້ຕົກລົງ ສະບັບເລກທີ 3838/ກງ, ລົງວັນທີ 30 ຕຸລາ 2025 ແລະ ເອກະສານຄົ້ນຄວ້າຂອງ ກົມຄຸ້ມຄອງວິສາຫະກິດການເງິນ ສະບັບເລກທີ 0720/ຄວກ, ລົງວັນທີ 16 ມິຖຸນາ 2026 ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ໄປຂຶ້ນກັບ ກົມຄຸ້ມຄອງການບັນຊີ;

         4. ໂອນວຽກງານຄຸ້ມຄອງທຸລະກິດຫວຍ ແລະ ກາຊີໂນ ທີ່ໄດ້ກຳນົດໃນ ມາດຕາ 8 ຂອງຂໍ້ຕົກລົງ ສະບັບເລກທີ 3838/ກງ, ລົງວັນທີ 30 ຕຸລາ 2025 ແລະ ເອກະສານຄົ້ນຄວ້າຂອງ ກົມຄຸ້ມຄອງວິສາຫະກິດການເງິນ ສະບັບເລກທີ 0720/ຄວກ, ລົງວັນທີ 16 ມິຖຸນາ 2026 ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ໄປເປັນ ພະແນກໜຶ່ງສະເພາະ ຂຶ້ນກັບ ກົມສ່ວຍສາອາກອນ;

       5. ໂອນວຽກງານຄຸ້ມຄອງການເງິນວິສາຫະກິດລັດລົງທຶນ ທີ່ໄດ້ກຳນົດໃນ ມາດຕາ 10, ຂໍ້ 3 ແລະ 5 ຂອງຂໍ້ຕົກລົງ ສະບັບເລກທີ 3838/ກງ, ລົງວັນທີ 30 ຕຸລາ 2025 ແລະ ເອກະສານຄົ້ນຄວ້າຂອງ ກົມຄຸ້ມຄອງວິສາຫະກິດການເງິນ ສະບັບເລກທີ 0720/ຄວກ, ລົງວັນທີ 16 ມິຖຸນາ 2026 ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ໄປຂຶ້ນກັບ ກົມຄຸ້ມຄອງໜີ້ສິນສາທາລະນະ.

       ນອກຈາກນັ້ນ, ກໍໄດ້ມີກາດປະກາດຊັບຊ້ອນພະນັກງານຈຳນວນໜຶ່ງໄປປະຈຳການຢູ່ບັນດາກົມທີ່ມອບ-ໂອນໜ້າວຽກ ຕາມຄວາມຮັບຜິດຊອບແລະໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ.

ໃນໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈຸມຄຳ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາກົມທີ່ຮັບໂອນວຽກງານ ເອົາໃຈໃສ່ສືບຕໍ່ຈັດສັນພາລະບົດບາດ ແລະ ບຸກຄະລາກອນໃຫ້ສອດຄ່ອງ, ທັງນີ້ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານດຳເນີນໄປຢ່າງຕໍ່ເນື່ອງ, ໂປ່ງໃສ ແລະ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງເຕັມເມັດເຕັມໜ່ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ