• ສະຖາບັນເສດຖະກິດ ແລະ ການເງິນ
  • |
  • 2026-09-28
  • |
  • ວຽກວິຊາສະເພາະ

        ວັນທີ 25 ກັນຍາ 2026, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດການຝຶກອົບຮົມ ໃນຫົວຂໍ້: “ການກະກຽມ ການຍື່ນໃບແຈ້ງ ອມພ ສຳລັບ ການຫັກແລະ ການຂໍເງິນ ອາກອນມູນຄ່າເພີ່ມ" ມີຜູ້ເຂົ້້າຮ່ວມຝຶກອົບຮົມທັງໝົດມີ  252 ທ່ານ, ໃນນັ້ນ ເຂົ້າຮ່ວມ ແບບເຊິ່ງໜ້າ 41 ທ່ານ ແລະ ເຂົ້າຮ່ວມຜ່ານທາງອອນລາຍ 211 ທ່ານ ທີ່ມາຈາກຫຼາຍພາກສ່ວນ.

        ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ເພື່ອຍົກລະດັບວິຊາຊີບແບບຕໍ່ເນື່ອງແກ່ສະມາຊິກ ສວ-ບກລ ແລະ ບຸກຄົນພາກສ່ວນອື່ນທີ່ກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບ ວຽກງານການກະກຽມ ການຍື່ນໃບແຈ້ງ-ມອບ ອມພ ສຳລັບການຫັກ ແລະ ການຂໍຄືນເງິນ ອາກອນມູນຄ່າເພີ່ມ ພ້ອມທັງເປັນການຕິດຕາມ ແລະ ເກັບກໍາຊົ່ວໂມງ CPD ຂອງສະມາຊິກ ສວ-ບກລ ອີກດ້ວຍ.

      ການຝຶກອົບຮົມໃນຄັ້ງນີ້, ໄດ້ຮັບຝັງການບັນຍາຍ ໂດຍ ທ່ານ ບຸນຈັນ ວໍນະລາດ ອາດີດຫົວໜ້າພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ກົມສ່ວຍສາອາກອນ ກະຊວງການເງິນ ເປັນຜູ້ຖ່າຍທອດຄວາມຮູ້ ແລະ ແລກປ່ຽນປະສົບການຕົວຈິງ ໂດຍມີຫົວຂໍ້ ແລະ ເນື້ອໃນສຳຄັນ ດັງນີ້:

  • ການກະກ່ຽມການບັນທຶກຂໍ້ມູນເຂົ້າໃບແຈ້ງ-ມອບອາກອນມູນຄ່າເພິ່ມ ເພື່ອຂໍຫັກ ຫຼື ຂໍຄືນເງິນອາກອນມູນຄ່າເພິ່ມ;
  • ການກະກຽມຂໍ້ມູນ, ການສ້າງເງື່ອນໄຂ ແລະ ຂະບວນການຂໍຄືນເງິນ ເພື່ອໃຫ້ໄດ້ໄວ;
  • ຄວາມສ່ຽງ ແລະ ມາດຕະການ ທີ່ອາດຈະພົບກໍລະນີ ການປະກອບຂໍ້ມູນ ເພື່ອຂໍຫັກ ຫຼື ຂໍຄືນເງິນ ອາກອນມູນຄ່າເພິ່ມ;
  • ວິທີການແກ້ໄຂ ໃນກໍລະນີພົບບັນຫາ.

ພາຍຫຼັງສໍເລັດການຝຶກອົບຮົມ ໄດ້ມີການມອບໃບຢັ້ງຢືນ ແກ່ຜູ້ເຂົ້າຮ່ວມຝຶກອົບ, ໃຫ້ກຽດມອບ ໂດຍທ່ານ ບຸນຈັນ ວໍນະລາດ, ອາດີດຫົວໜ້າພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ກົມສ່ວຍສາອາກອນ ກະຊວງການເງິນ.

© 2025 Copyright: ກະຊວງການເງິນ, ສປປ ລາວ