• ກົມຄຸ້ມຄອງການບັນຊີ
  • |
  • 2026-09-28
  • |
  • ວຽກວິຊາສະເພາະ

ໃນວັນທີ 24 ກັນຍາ 2026, ໜ່ວຍພັກຮາກຖານກົມຄຸ້ມຄອງການບັນຊີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ ພ້ອມດ້ວຍຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ, ໂດຍການເປັນປະທານຂອງ ສະຫາຍ ອຸດອນ ທໍາມະວົງສາ, ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງການບັນຊີ, ມີຄະນະໜ່ວຍພັກ,ຮອງຫົວໜ້າກົມ, ຄະນະພະແນກ, ຕາງໜ້າຈາກກົມຈັດຕັ້ງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. 

 

ໃນພິທີ, ທ່ານ ສົມໄຊ ດາລາແກ້ວ ຕາງໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຈໍານວນ 03 ສະບັບ ຄື:

  1. ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ມີລາຍຊື່ດັ່ງລຸ່ມນີ້:
    • ແຕ່ງຕັ້ງ ທ່ານ ຄອນສະຫວັນ ເພັດສົມພອນ ເປັນຫົວໜ້າພະແນກຄຸ້ມຄອງມາດຕະຖານການບັນຊີ;
    • ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ວົງສະຫວັນ ທິບພະລັງສີ ເປັນຮອງຫົວໜ້າພະແນກຄຸ້ມຄອງມາດຕະຖານການບັນຊີ;
    • ແຕ່ງຕັ້ງ ທ່ານ ອານຸລັກ ອອນຄໍາໄຕ ເປັນຮອງຫົວໜ້າພະແນກຄຸ້ມຄອງຂໍ້ມູນການບັນຊີ;
    • ແຕ່ງຕັ້ງ ທ່ານ ນາງ ຫົງມະໄລ ພິດສະຫວັນ ເປັນຮອງຫົວໜ້າພະແນກຄຸ້ມຄອງການກວດສອບອິດສະລະ;
    • ແຕ່ງຕັ້ງ ທ່ານ ນາງ ລັດຕິນາ ບຸດສະດາ ເປັນຮອງຫົວໜ້າພະແນກຄຸ້ມຄອງການບັນຊີວິສາຫະກິດ.
  2. ຜ່ານຂໍ້ຕົກລົງວ່າດ້ວຍການໂອນພະນັກງານ ຂອງກົມຄຸ້ມຄອງວິສາຫະກິດການເງິນ ຄື: ທ່ານ ນາງ ຈັນສຸກ ຜາລີວັນ ຮອງຫົວໜ້າພະແນກ ທີ່ຮັບຜິດຊອບວຽກທີ່ປຶກສາການເງິນ ມາຂຶ້ນກັບກົມຄຸ້ມຄອງການບັນຊີ.
  3. ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານ ມາສັງກັດຢູ່ກົມຄຸ້ມຄອງການບັນຊີ ຄື:ຍົກຍ້າຍ ທ່ານ ສຸວັນໄຊ ສຸມາລີ ຮອງຫົວໜ້າຫ້ອງການການເງິນເມືອງພູຄູນ, ແຂວງຫຼວງພະບາງ ມາເປັນພະນັກງານວິຊາການ ສັງກັດຢູ່ກົມຄຸ້ມຄອງການບັນຊີ.

 

ພ້ອມດຽວກັນນັ້ນ, ສະຫາຍ ປອ ວິລະໄພ ອຸບົນປະເສີດ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຄຸ້ມຄອງການບັນຊີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກກະຊວງການເງິນ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ສະບັບເລກທີ 230/ຄປຈ.ກງ, ລົງວັນທີ 11 ກັນຍາ 2026 ພ້ອມທັງເປັນກຽດຂຶ້ນມອບມະຕິຕົກລົງດັ່ງກ່າວ ໃຫ້ທັງ 03 ສະຫາຍ.

 

ໃນຕອນທ້າຍພິທີ, ທ່ານ ອຸດອນ ທໍາມະວົງສາ ໄດ້ມີຄໍາເຫັນ ໂດຍເນັ້ນໜັກການປັບປຸງກົງຈັກການຈັດຕັ້ງ ເປັນວຽກປົກກະຕິຂອງພັກ ແລະ ລັດ ໃນແຕ່ລະໄລຍະ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ດັ່ງນັ້ນ ພະນັກງານນໍາພາ-ຄຸ້ມຄອງທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ໃນວຽກງານການເມືອງແນວຄິດ, ຍົກລະດັບການສຶກສາຄົ້ນຄວ້າ, ສືບຕໍ່ນໍາພາ-ຊີ້ນໍາດ້ວຍຄວາມເປັນແບບຢ່າງ ແລະ ຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີປະສິດທິພາບກວ່າເກົ່າ ແລະ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກໃໝ່ທີ່ມີຜົນງານດີເດັ່ນ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ໄດ້ເນັ້ນໜັກເຖິງສິດ, ໜ້າທີ່,  ຂໍ້ຫ້າມຂອງສະມາຊິກພັກ ສືບຕໍ່ຮັກສາມູນເຊື້ອ, ຄວາມສາມັກຄີ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນໃນຕໍ່ໜ້າ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ