• ຫ້ອງການ
  • |
  • 2026-06-12
  • |
  • ສາມອົງການຈັດຕັ້ງ

      ໃນວັນທີ 12 ມິຖຸນາ 2026, ໜ່ວຍຊາວໜຸ່ມຫ້ອງການ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈຳປີ 2026 ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພົງສະຫວັນ ລາດທິຈັກ  ກໍາມະການໜ່ວຍພັກຮາກຖານຫ້ອງການ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ແລະ ສະຫາຍ ເພັດຖາວອນ ໝື່ນສຸພົມ ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ, ເລຂາໜ່ວຍຊາວໜຸ່ມຫ້ອງການ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍຊາວໜຸ່ມບັນດາກົມອ້ອມຂ້າງກະຊວງການເງິນ ແລະ ສະມາຊິກຊາວໜຸ່ມພາຍໃນຫ້ອງການ ເຂົ້າຮ່ວມ.

       ໃນກອງປະຊຸມ, ສະຫາຍ ເພັດຖາວອນ ໝື່ນສຸພົມ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ເຊິ່ງເຫັນວ່າໜ່ວຍຊາວໜຸ່ມຫ້ອງການມີຜົນງານສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ຜ່ານມະຕິຕົກລົງແຕ່ງຕັ້ງຮັບຮອງ ຄະນະບໍລິຫານງານຊາວໜຸ່ມຫ້ອງການ ຊຸດທີ V, ມະຕິແຕ່ງຕັ້ງກອງເລຂາ ແລະ ໜ່ວຍງານຊ່ວຍວຽກ. ນອກຈາກນີ້ ຍັງເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຂອງຂະແໜງການເງິນ, ນຳສະເໜີວຽກງານຫັນເປັນທັນສະໄໝ ແລະ ຮັບຟັງການປະກອບຄໍາເຫັນ, ແລກປ່ຽນບົດຮຽນຕົວຈິງ ຈາກໜ່ວຍກໍາມະບານ; ສະຫະພັນແມ່ຍິງຫ້ອງການ ແລະ ສະມາຊິກຊາວໜຸ່ມ ເພື່ອນຳເອົາເນື້ອໃນຄຳແນະນຳດັ່ງກ່າວ ໄປໝູນໃຊ້ໃຫ້ປະກົດຜົນເປັນຈິງ.

       ໂອກາດນີ້, ສະຫາຍ ພົງສະຫວັນ ລາດທິຈັກ ໄດ້ເນັ້ນໃຫ້ສະມາຊິກຊາວໜຸ່ມຫ້ອງການທຸກສະຫາຍ ສືບຕໍ່ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ (ບຸກດ້ານແນວຄິດ, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານການປັບປຸງກໍ່ສ້າງການຈັດຕັ້ງ ແລະ ບຸກດ້ານວຽກງານວິຊາສະເພາະ) ໃຫ້ຕິດພັນກັບພາລະບົດບາດການເປັນເສນາທິການທີ່ດີ. ພ້ອມທັງຮຽກຮ້ອງໃຫ້ຊາວໜຸ່ມເຊີດຊູຄວາມເປັນເຈົ້າການ ແລະ ເປັນກຳລັງແຮງຕະລຸມບອນໃນທຸກຂົງເຂດວຽກງານ (ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມມີໜ້າ); ກ້າຫານປ່ຽນແປງຈິນຕະນາການ, ສະກັດກັ້ນແນວຄິດຄອງເດີມ, ຂີ້ຄ້ານ ມັກງ່າຍ; ເປັນຜູ້ບໍລິຫານທີ່ດີ, ຫຼຸດຜ່ອນຂອດຂັ້ນທີ່ສ້າງຄວາມຍຸ້ງຍາກໃຫ້ປະຊາຊົນ ແລະ ຜູ້ໃຊ້ບໍລິການ; ຫັນທິດລົງກໍ່ສ້າງຮາກຖານ ປະຕິບັດທິດນຳ 3 ສ້າງ ແລະ ອອກແຮງຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ມີຈັນຍາບັນການເງິນທີ່ດີ; ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ສ້າງມະຫາຊົນຜູ້ມີເງື່ອນໄຂເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.

       ໃນຕອນທ້າຍ, ປະທານກອງປະຊຸມໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ຊາວໜຸ່ມຫ້ອງການຈະກາຍເປັນກຳລັງແຮງຫຼັກ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວິໄສທັດ ແລະ ຍຸດທະສາດການພັດທະນາການເງິນແຫ່ງລັດ ໃຫ້ບັນລຸຜົນສຳເລັດຢ່າງຈົບງາມ.

© 2025 Copyright: ກະຊວງການເງິນ, ສປປ ລາວ