• ກົມກວດກາ
  • |
  • 2025-03-04
  • |
  • ວຽກວິຊາສະເພາະ

        ໃນວັນທີ 04 ມີນາ 2025 ກົມກວດກາລັດໄດ້ເປີດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໂດຍການເປັນປະທານ ຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ; ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫຼວງວຽງຈັນ, ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ແລະ ແຂກທີຖືກເຊີນເຂົ້າຮ່ວມ. 

        ຈຸດປະສົງແມ່ນ ປືຶກສາຫາລື ແລະ ເປັນການກະກຽມຄວາມພ້ອມບັນດາເນື້ອໃນກວດກາລວມທັງບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການກວດກາ ຊຶ່ງອີງຕາມຂໍ້ຕົກລົງສະບັບເລກທີ 28/ອກຫລ, ລົງວັນທີ 30 ມັງກອນ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ໜ່ວຍງານວິຊາການ ກວດກາ ແລະ ເກັບກຳຂໍ້ມູນຖານລາຍຮັບຫົວໜ່ວຍທຸລະກິດ ພາຍໃນ-ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງການບໍລິຫານລັດ ໃນຂອບເຂດທົ່ວປະເທດ ແຕ່ປີ 2023 ແລະ 2024. ຂັ້ນຕອນທຳອິດແມ່ນຈະໄດ້ດໍາເນີນຢູ່ບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງການເງິນເປັນຕົ້ນແມ່ນ: ກົມພາສີ, ກົມສ່ວຍສາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງໜີ້ສິນສາທາລະນະ, ກົມການເງິນຕ່າງປະເທດ ແລະ ພະແນກການເງິນນະຄອນຫຼວງວຽງຈັນ, ສ່ວຍສາອາກອນນະຄອນຫຼວງ ແລະ ສ່ວຍສາກອນບັນດາເມືອງ 09 ຕົວເມືອງຂອງນະຄອນຫຼວງວຽງຈັນ ຊຶ່ງການກວດກາແມ່ນເປັນການລົງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດສະບັບເລກທີ 139/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2025 ຂອງອົງການກວດກາແຫ່ງລັດ ຕາມມະຕິຂອງສະພາແຫ່ງຊາດສະບັບເລກທີ 140/ສພຊ, ລົງວັນທີ 11 ທັນວາ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ.

        ໂອກາດນີ້ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນ, ຊີ້ນຳ ແລະ ເຈາະຈີ້ມບາງບັນຫາທີ່ຕິດພັນກັບກອງປະຊຸມ ເປັນຕົ້ນແມ່ນ ສະຖິຕິການຂຶ້ນ ແລະ ອອກໃບຢັ້ງຢືນການຊຳລະອາກອນ, ການແຈ້ງ ແລະ ມອບພັນທະອາກອນ ຂອງແຕ່ລະຫົວໜ່ວຍທຸລະກິດ ແລະ ວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງຫົວໜ່ວຍທຸລະກິດ ປີ 2023 ແລະ 2024 ຂັ້ນສູນກາງຄຸ້ມຄອງ ແລະ ທ້ອງຖິ່ນ ມີຈຳນວນ ທັງເທົ່າໃດ, ມີຈັກຫົວໜ່ວຍເຂົ້າໃນລະບົບອາກອນມູນຄ່າເພີ່ມ, ມີຈັກຫົວໜ່ວຍຖືບັນຊີຕາມກົດໝາຍກຳນົດ, ມີຈັກຫົວໜ່ວຍມອບເໝົາ ແລະ ຈຸນລະວິສາຫະກິດ; ການຄຸ້ມຄອງການຈັດເກັບລາຍຮັບຫົວໜ່ວຍທຸລະກິດ ທັງພາຍໃນ-ຕ່າງປະເທດ ແລະ ລາຍຮັບວິຊາການ ຂອງອົງການບໍລິຫານລັດ ມີການຄຸ້ມຄອງ ແລະ ສະຫຼຸບລາຍງານແນວໃດ, ນອກຈາກນັ້ນ ຍັງມີບາງຄວາມຄິດເຫັນເຈາະຈີ້ມ ແລກປ່ຽນຕໍ່ກອງປະຊຸມ. ທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງ ເພື່ອພ້ອມກັນເຮັດວຽກກັບຄະນະວິຊາການຂອງອົງການກວດກາແຫ່ງລັດ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ