ກອງປະຊຸມໃຫຍ່ ຄັ້ງທີ VII ຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດ ໃນວັນທີ 21 ກຸມພາ 2025 ພາຍໃຕ້ການເປັນປະທານຂອງສະຫາຍ ວຽງສາລີ ອິນທະພົມ ເລຂາຄະນະພັກຮາກຖານຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ຄຳມາ ແສງມີໄຊ ກຳມະການປະຈຳພັກ ຫົວໜ້າຄະຈັດຕັ້ງ ນວ, ມີເລຂາ ຮອງ-ເລຂາໜ່ວຍພັກອ້ອມຂ້າງ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສຳຫຼວດການນໍາພາລວມຂອງ ຄະນະພັກຮາກຖານ ຊຸດເກົ່າ, ກອງປະຊຸມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ໃນການ ນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາ ທິດທາງແຜນການ 5 ປີ ນັບແຕ່ປີ 2025 ຮອດປີ 2029 ເຊິ່ງມີເນື້ອໃນ ຕົ້ນຕໍຄື: ສູ້ຊົນສ້າງພື້ນຖານການເງິນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັບປະກັນໃຫ້ ຂະແໜງການເງິນນະຄອນຫຼວງວຽງຈັນ ມີການປ່ຽນແປງທີ່ຕັ້ງໜ້າ ແລະ ຮອບດ້ານ ເຄື່ອນໄຫວໜ້າທີ່ ໃຫ້ມີປະສິດທິຜົນສູງ, ມີຄວາມໂປ່ງໃສ່, ວ່ອງໄວ້ ແກ້ໄຂປະກົດການຫຍໍ້ທໍ້ຢູ່ຂະແໜງການເງິນໃຫ້ຫລຸດລົງ ເທື່ອລະກ້າວ; ຂຸດຄົ້ນລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການ ທີ່ສະພາປະຊາຊົນຮັບຮອງ; ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ໃຫ້ມີປະສິດທິຜົນ, ສະກັດກັນ ແລະ ຕ້ານການຮົ່ວໄຫລ ລາຍຮັບ-ລາຍຈ່າຍ ງົບປະມານ, ມີຄວາມເຂັ້ມງວດດ້ານ ວິໄນແຜນການ ແລະ ການເງິນ; ພັດທະນາພະນັກງານ-ລັດຖະກອນ ຂະແໜງການເງິນ ໃຫ້ມີຄຸນນະພາບ, ທາງດ້ານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ມີຄວາມຮູ້ຄວາມ ສາມາດທາງດ້ານວິຊາສະເພາະ ໃນລະດັບທີ່ແນ່ນອນ. ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນວຽກງານວິຊາສະເພາະ ຕາມມາດຕະຖານ ສາກົນ, ຮັບປະກັນໜີ້ສິນບໍລິຫານໃຫ້ຫລຸດລົງ ໃນລະດັບທີ່ປອດໄພ ແລະ ມີການຄຸ້ມຄອງບໍລິຫານ ຕາມລະບຽບກົດໝາຍຢ່າງເຂັ້ມງວດ. ກອງປະຊຸມຍັງໄດ້ຟັງລາຍງານ ແລະ ການປະກອບຄໍາເຫັນ ຈາກຜູ້ຕາງໜ້າ 03 ພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ແຜນພັດທະນາຂະແໜງການ, ທິດທາງ, ແຜນການ ແລະ ວຽກງານ ຮອບດ້ານຕໍ່ກອງປະຊຸມ, ຈາກນັ້ນ, ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ເລືອກເອົາຄະນະພັກຮາກຖານພະແນກການເງິນ (ຊຸດໃໝ່) ບົນພື້ນຖານ ມາດຕະຖານ-ເງື່ອນໄຂທີ່ກຳນົດໄວ້, ພ້ອມທັງປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຜ່ານການປ່ອນບັດເລືອກຕັ້ງ ແລະ ກອງປະຊຸມຄັ້ງປະຖົມມະລຶກ ສາມາດ ເລືອກໄດ້ 09 ສະຫາຍ, ຍິງ 01 ສະຫາຍ ຄື: ເລືອກເອົາສະຫາຍ ວຽງສາລີ ອິນທະພົມ ເປັນເລຂາຄະນະພັກຮາກຖານ, ສະຫາຍ ວໍລະເດດ ໂຄດສີເມືອງ ເປັນຮອງເລຂາ, ສະຫາຍ ພຸດທະຂັນ ຂັນຕີ ເປັນປະທານກວດກາພັກ ແລະ ສະຫາຍ ເກດພູສີ ພິມມະເສນ ເປັນຮອງປະທານກວດກາພັກ ແລະ ໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ. ໃນໂອກາດນີ້ ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານ ພ້ອມທັງຕ້ອງຍົກສູງສະຕິຕໍ່ການຈັດຕັ້ງເປັນເຈົ້າການປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍ ແລະ ຂໍ້ຫ້າມຂອງສະມາຊິກພັກ -ພະນັກງານຂະແໜງການເງິນ ຈັນຍາບັນ ຈັນຍາທຳຂອງພະນັກງານໃນການປະຕິບັດກົດໝາຍການບໍລິການປະຊາຊົນດ້ວຍນໍ້າໃຈເສຍສະຫຼະ ແລະ ໃຫ້ມີຄວາມເຂັ້ມງວດເດັດຂາດ ສືບຕໍ່ປະກອບສ່ວນໃນການປະຕິບັດສອງວາລະແຫ່ງຊາດໃຫ້ຖືເປັນວຽກປົກກະຕິໂດຍສະເພາະແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຄະນະພັກຕ້ອງເອົາໃຈໃສ່ນຳພາພະນັກງານ ສະມາຊິກພັກໃຫ້ສົມທົບວຽກງານການພົວພັນຮ່ວມມືຕິດພັນກັບວຽກງານເສດຖະກິດ ໝາຍຄວາມວ່າການເຄື່ອນໄຫວວຽກງານຕົວຈິງນັ້ນ ນອກຈາກຍາດແຍ່ງເອົາຜົນປະໂຫຍດທາງດ້ານການເມືອງແລ້ວ ຕ້ອງເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບໃໝ່ໃຫ້ມີລັກສະນະຕັ້ງໜ້າໃຫ້ຫຼາຍຂຶ້ນເພື່ອເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.
