ໃນອາທິດຜ່ານມາ ໄດ້ມີພິທີ ລົງນາມເຊັນສັນຍາການເຊົ່າທີ່ດິນຂອງລັດ ເພື່ອກໍ່ສ້າງຫໍພັກນັກສຶກສາ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາ ຢູ່ ມະຫາວິທະຍາໄລແຫ່ງຊາດ ຕາງໜ້າລັດຖະບານລົງນາມໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ທ່ານ ຄຳໄຊ ບຸນມີສີດາວົງ ແລະ ທ່ານ ຮສ ປອ ອຸນຫຼ້າ ສີວັນເພງ ຮອງອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການລົງນາມໃນຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງສະບັບເລກທີ 0120/ກງ, ລົງວັນທີ 21 ມັງກອນ 2025 ລັດຖະມົນຕີກະຊວງການເງິນ ຕົກລົງໃຫ້ ກົມກຸ້ມຄອງຊັບສິນແຫ່ງລັດ ລົງນາມເຊັນສັນຍາເຊົ່າທີ່ດິນຂອງລັດ ຮ່ວມກັບ ບໍລິສັດ ຫຼັກໄຊລົງທຶນ ຈຳກັດຜູ້ດຽວເພື່ອກໍ່ສ້າງຫໍພັກນັກສຶກສາ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາ ຢູ່ ມະຫາວິທະຍາໄລແຫ່ງຊາດທີ່ຕັ້ງ ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ຈຳນວນ 53.279 ຕາແມັດ ມີອາຍຸສັນຍາ 50 ປີ ສາມາດຕໍ່ໄດ້ໃນກອບສັນຍາເດີມ, ຄ່າເຊົ່າເພີ່ມຂຶ້ນ 5% ທຸກໆ 5 ປີ, ເຊິ່ງໃນ ໄລຍະກໍ່ສ້າງໂຄງການ 5 ປີ ແມ່ນຍົກເວັ້ນການເກັບຄ່າເຊົ່າຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ(ສະບັບປັບປຸງ) ເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ມາດຕາ 15.
