ໃນວັນທີ 20 ພະຈິກ 2026, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຮ່ວມກັບ ບໍລິສັດ ສ໌ມາດເບຣນ ຈຳກັດຜູ້ດຽວ ໄດ້ສືບຕໍ່ເປີດຊຸດຝຶກອົບຮົມການນຳໃຊ້ ແລະ ປ້ອນຂໍ້ມູນເຂົ້າໃນ ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS) ຊຸດທີ IV ປະຈໍາປີ 2026 ໃຫ້ແກ່ພະນັກງານ-ລັດຖະກອນ ຈາກ 3 ກະຊວງ ແລະ ອົງການລັດທຽບເທົ່າອ້ອມຂ້າງສູນກາງ ໂດຍການເປັນປະທານຂອງທ່ານ ສຸບັນ ອຸ່ນທອງດີ ຮອງຫົວໜ້າພະແນກຄຸ້ມຄອງຂໍ້ມູນຊັບສິນ ກົມຄຸ້ມຄອງຊັບສິນແຫ່ງລັດ, ມີວິທະຍາກອນຈາກບໍລິສັດ ຄູ່ຮ່ວມພັດທະນາລະບົບ ພ້ອມດ້ວຍນັກສໍາມະນາກອນຈາກກະຊວງປ້ອງກັນຄວາມສະຫງົບ; ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບການຄຸ້ມຄອງບໍລິຫານລັດ ໄປສູ່ "ເສດຖະກິດດິຈິຕອນ" ແລະ ການສ້າງລັດຖະບານດິຈິຕອນ ຕາມທິດທາງບູລິມະສິດຂອງລັດຖະບານ ສປປ ລາວ, ເຊິ່ງການຝຶກອົບຮົມໄດ້ລົງເລິກ 4 ໂມດູນຫຼັກ ຄື: ໂມດູນ 1: ການຄຸ້ມຄອງລັດຖະສົມບັດ; ໂມດູນ 2: ການຄຸ້ມຄອງແຜນການຊື້ຊັບສິນຂອງລັດ; ໂມດູນ 3: ການບໍາລຸງຮັກສາ ແລະ ສ້ອມແປງລົດຂອງລັດ; ແລະ ໂມດູນ 4: ຜັນຂະຫຍາຍການນໍາໃຊ້ AMIS Mobile Application ເພື່ອຍົກລະດັບການເຂົ້າເຖິງຂໍ້ມູນ ແລະ ການຕິດຕາມກວດກາການນໍາໃຊ້ຊັບສິນຂອງລັດ ຜ່ານອຸປະກອນເຄື່ອນທີ່ໃຫ້ມີຄວາມຄ່ອງຕົວ ແລະ ວ່ອງໄວຂຶ້ນ.
ໂອກາດນີ້, ທ່ານ ສຸບັນ ອຸ່ນທອງດີ ໄດ້ເນັ້ນເຖິງຄວາມສຳຄັນຂອງ ໂຄງການ AMIS ແລະ ຖານຂໍ້ມູນຊັບສິນດິຈິຕອນແຫ່ງຊາດ (National Digital Asset Database) ໃນການຍົກລະດັບການຄຸ້ມຄອງຊັບສິນຂອງລັດ (ທັງສັງຫາລິມະຊັບ ແລະ ອະສັງຫາລິມະຊັບ) ໃຫ້ມີມາດຕະຖານດຽວກັນ, ເປັນລະບົບຄົບຊຸດ, ກວດສອບໄດ້ ແລະ ເອກະພາບກັນທົ່ວປະເທດ ແທນການບັນທຶກແບບກະແຈກກະຈາຍແບບໃນເມື່ອກ່ອນ. ພ້ອມທັງເນັ້ນການຝຶກອົບຮົມໃຫ້ພະນັກງານເຫັນວ່າ ການນຳໃຊ້ລະບົບ AMIS ແມ່ນ ພາລະບົດບາດປົກກະຕິ ແລະ ໜ້າທີ່ວິຊາສະເພາະໂດຍກົງ ຂອງຜູ້ຄຸ້ມຄອງບັນຊີຊັບສິນຂອງລັດ ເພື່ອໃຫ້ເກີດປະສິດທິຜົນ ແລະ ຍືນຍົງໃນການເຮັດວຽກປະຈຳວັນ.
ພາຍຫຼັງສໍາເລັດການຝຶກອົບຮົມ, ການນຳໃຊ້ລະບົບ AMIS ຈະສາມາດສັງລວມ ແລະ ຕິດຕາມຖານຂໍ້ມູນຊັບສິນຂອງລັດໄດ້ຢ່າງຖືກຕ້ອງຄົບຖ້ວນ ແລະ ຊັດເຈນ; ປ້ອງກັນບໍ່ໃຫ້ຊັບສິນຂອງລັດຕົກເຮ່ຍເສຍຫາຍ; ຫຼຸດຜ່ອນຄ່າສິ້ນເປືອງໃນການນຳໃຊ້ງົບປະມານແຫ່ງລັດ, ສ້າງຜົນປະໂຫຍດສູງສຸດ ໃຫ້ກັບລັດຖະບານ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດ "ນະໂຍບາຍປະຫຍັດ ແລະ ຕ້ານການຟຸມເຟືອຍ" ຂອງພັກ ແລະ ລັດຖະບານ ຢ່າງເປັນຮູບປະທຳ.