ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວຽກງານ ມາດຕະຖານການລາຍງານການເງິນ ຕາມມາດຕະຖານສາກົນ IFRS ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ດັ່ງນັ້ນ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຮ່ວມກັບ ບໍລິສັດ ພຣາຍວໍເຕີຮາວສ໌ ຄອບເປີ Price Waterhouse Coopers (PwC) ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: ມາດຕະຖານການລາຍງານການເງິນ ຕາມມາດຕະຖານສາກົນ IFRS ໃນວັນທີ 20 ພະຈິກ 2026 ການຝຶກອົບຮົມຄັ້ງນີ້, ໄດ້ຮັບຟັງບັນຍາຍຂອງ ທ່ານ ນາງ ສຸຂຸມາພອນ ວົງອະລິຍາພອນ ຜູ້ຖືຮຸ້ນບໍລິສັດ ພຣາຍວໍເຕີຮາວສ໌ ຄອບເປີ ປະເທດໄທ ແລະ ປະເທດລາວ ແລະ ທ່ານ ນາງ ຈາລຸວັນ ພຸ້ມແພພັນ ຜູ້ອຳນວຍການບໍລິສັດ ພຣາຍວໍເຕີຮາວສ໌ ຄອບເປີ ປະເທດໄທ ມີຜູ້ເຂົ້າຮ່ວມ ທັງໝົດ 133 ທ່ານ, ເຂົ້າຮ່ວມເຊິ່ງໜ້າ 22 ທ່ານ ແລະ ເຂົ້າຮ່ວມທາງອອນລາຍ 111 ທ່ານ ທີ່ມາຈາກຫຼາຍພາກສ່ວນ.
ກ່ອນການດໍາເນີນຊຸດຝຶກອົບຮົມ ທ່ານ ສອນໄຊ ສີລາເພັດ, ປະທານ ສວ-ບກລ ກໍໄດ້ໃຫ້ກຽດຂື້ນກ່າວເປີດພິທີ ຝຶກອົບຮົມ ຢ່າງເປັນທາງການ.
ເນື້ອໃນການຝຶກອົບຮົມ ປະກອບມີທັງພາກທິດສະດີ ແລະ ການແລກປ່ຽນປະສົບການຕົວຈິງ ກັບນັກຝຶກອົບຮົມຢ່າງກົງໄປກົງມາ ໂດຍມີເນື້ອໃນສຳຄັນ ປະກອບດ້ວຍ:
1) ການນໍາສະເໜີ ແລະ ການເປີດເຜີຍໃນບົດລາຍງານການເງິນ
* ເຫດຜົນຂອງ IFRS18 ແລະ ການປ່ຽນແປງສຳຄັນຈາກ IAS 1
* ຂໍ້ກຳນົດທົ່ວໄປ, ໂຄງສ້າງຂອງບົດລາຍງານກຳໄລ ຫຼື ຂາດທຶນ
* ກິດຈະກຳທາງທຸລະກິດຫຼັກກຳນົດໄວ້
* ໝວດກິດຈະກຳລົງທຶນ ແລະ ໝວດກິດຈະກຳຫາເງິນທຶນ
* ການນຳສະເໜີ ແລະ ການເປີດເຜີຍຄ່າໃຊ້ຈ່າຍໃນໝວດກິດຈະກຳດຳເນີນງານ
* ຕົວວັດແທກຜົນການດຳເນີນງານທີ່ຝ່າຍບໍລິຫານກຳນົດ (MPMs)
* ການປັບປຸງ TAS 7 ທີ່ຕາມມາ
* ການປ່ຽນຜ່ານ, ການຈັດທຳບົດລາຍງານການເງິນ
2) ເຄື່ອງມືທາງການເງິນ
* ການຈັດປະເພດ ແລະ ການວັດມູນຄ່າຊັບສິນທາງການເງິນ ແລະ ໜີ້ສິນທາງການເງິນ
* ການດ້ອຍຄ່າຊັບສິນທາງການເງິນ
* ການລາຍງານທາງການເງິນໃນສະພາບເສດຖະກິດທີ່ຜັນຜວນ: ຜົນກະທົບສຳຄັນທາງບັນຊີ.
ການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບຊົ່ວໂມງ CPD 06 ຊົ່ວໂມງ ສໍາລັບສະມາຊິກສາມັນ ແລະສະມາຊິກສະໜັບສະໜູນ. ໃນຕອນທ້າຍການຝຶກອົບຮົມ ໄດ້ມີການມອບໃບຢັ້ງຢືນ ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນແກ່ນັກຝຶກອົບຮົມ ໂດຍ ທ່ານ ນາງ ສຸຂຸມາພອນ ວົງອະລິຍາພອນ ຜູ້ຖືຮຸ້ນບໍລິສັດ ພຣາຍວໍເຕີຮາວສ໌ ຄອບເປີ ປະເທດໄທ ແລະ ປະເທດລາວ.
![]() | ![]() |
![]() | ![]() | ![]() |





