• ກະຊວງການເງິນ
  • |
  • 2026-11-19
  • |
  • ວຽກວິຊາສະເພາະ

        ໃນວັນທີ 19 ພະຈິກ 2026, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສປຊ ໄດ້ຈັດກອງປະຊຸມໂຕະມົນ ປະຈຳປີ 2026 ຂຶ້ນ, ທີ່ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ດຳເນີນໄປພາຍໃຕ້ຫົວຂໍ້: “ໃຫ້ບູລິມະສິດການຈັດສັນງົບປະມານທີ່ມີຍຸດທະສາດໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2027 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ”, ໂດຍການເປັນປະທານ ແລະ ດຳເນີນກອງປະຊຸມຂອງ ພະນະທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະຊີ້ນໍາລະດັບຊາດຂະບວນການໂຕະມົນ ແລະ ປະທານຮ່ວມ ໂດຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ພ້ອມນັ້ນ, ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມຂອງການນໍາຂອງແຕ່ລະພາກສ່ວນທີ່ປະກອບດ້ວຍ ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານກຳມາທິການ ສະພາແຫ່ງຊາດ, ຮອງປະທານອົງການທຽບເທົ່າກະຊວງ, ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ເອກອັກຄະລັດຖະທູດ, ຄູ່ຮ່ວມພັດທະນາ, ຫົວໜ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ.

        ກອງປະຊຸມໂຕະມົນ ໃນຄັ້ງນີ້ ໄດ້ດໍາເນີນມາເປັນເວລາ 1 ວັນເຕັມ ເຊິ່ງມີຄວາມໝາຍສໍາຄັນຢ່າງຍິ່ງ, ເນື່ອງຈາກຈັດຂຶ້ນ ໃນປີແຫ່ງປະຫວັດສາດ ທີ່ ສປປ ລາວ ກະກຽມຈະອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ເປັນປີທຳອິດ ຂອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ, ພະນະທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນໜັກເຖິງຄໍາໝາຍໝັ້ນຂອງລັດຖະບານ ໃນການເປັນຄູ່ຮ່ວມພັດທະນາທີ່ດີ ແລະ ມີປະສິດທິຜົນ ໂດຍຈະຄຸ້ມຄອງ ແລະ ນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຢ່າງໂປ່ງໃສ, ມີປະສິດທິຜົນສູງສຸດ ແລະ ຍືນຍົງ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ຮ່ວມກັນລະດົມແຫຼ່ງທຶນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ເປັນຕົ້ນ:

  • ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2026: ເສດຖະກິດສືບຕໍ່ຂະຫຍາຍຕົວ, ຄາດຄະເນໝົດປີ 2026 GDP ຂະຫຍາຍຕົວ 5.1% ແລະ ລວມຍອດລາຍຮັບແຫ່ງຊາດ (GNI) ຕໍ່ຫົວຄົນ ບັນລຸໄດ້ 2,114 ໂດລາສະຫະລັດ ລື່ນຄາດໝາຍແຜນການ; ລາຍຮັບງົບປະມານຄາດຄະເນ 91,813 ຕື້ກີບ ກວມເອົາ 21.7% ຂອງ GDP (ແຜນການ 20%); ອັດຕາເງິນເຟີ້ ຫຼຸດລົງຈາກຈຸດສູງສຸດ 10.2% ໃນເດືອນເມສາ ແລະ ຢູ່ໃນລະດັບໜຶ່ງຕົວເລກຕັ້ງແຕ່ເດືອນພຶດສະພາ ແລະ ອັດຕາແລກປ່ຽນມີຄວາມສະຖຽນລະພາບດີຂຶ້ນ; ອັດຕາເຂົ້າຮຽນສຸດທິຊັ້ນ ປ.1 ບັນລຸ 100% ແລະ ອັດຕາປົກຄຸມປະກັນສຸຂະພາບ ບັນລຸ 94.5% ຂອງປະຊາກອນທັງໝົດ. ພ້ອມນັ້ນ, ໄດ້ຍອມຮັບຢ່າງຈະແຈ້ງເຖິງບາງດ້ານທີ່ຍັງບໍ່ບັນລຸຕາມແຜນ ເຊັ່ນ: ການເຕີບໂຕ GDP ຕໍ່າກວ່າຄາດໝາຍ 5.5% ຍ້ອນໄພນໍ້າຖ້ວມ, ພະຍາດອະຫິວາໝູອາຟຣິກາ ແລະ ຄວາມບໍ່ສະຫງົບຢູ່ຕາເວັນອອກກາງ, ການສັກຢາກັນພະຍາດເດັກລຸ່ມ 1 ປີ ແລະ ການເບີກຈ່າຍ ODA;
  • ທິດທາງແຜນການ ປີ 2027: ຄາດໝາຍການເຕີບໂຕ GDP ບໍ່ຕໍ່າກວ່າ 5.8%, ເກັບລາຍຮັບງົບປະມານ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP, ມູນຄ່າການລົງທຶນທັງໝົດ 111,730 ຕື້ກີບ ເທົ່າກັບ 23.4% ຂອງ GDP ແລະ ຄຸ້ມຄອງເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5.7%. ໃນໄລຍະ 2026–2030, ຄວາມຕ້ອງການລົງທຶນ ປະມານ 17.0 – 17.8 ຕື້ໂດລາສະຫະລັດ ແຕ່ແຫຼ່ງທຶນທີ່ສາມາດຈັດສັນໄດ້ ມີພຽງ 9.5–9.8 ຕື້ໂດລາສະຫະລັດ ເຮັດໃຫ້ເກີດຊ່ອງຫວ່າງທາງການເງິນ 7.5 – 8.0 ຕື້ໂດລາສະຫະລັດ (ປະມານ 1.5-1.6% ຂອງ GDP ຕໍ່ປີ) ເຊິ່ງຈະແກ້ໄຂໂດຍຜ່ານ ການປະຕິຮູບການເງິນພາກລັດ ແລະ ການເກັບລາຍຮັບ, ປະສິດທິພາບລາຍຈ່າຍ, ການຮ່ວມມື ພາກລັດ-ເອກະຊົນ (PPP) ແລະ ນະວັດຕະກຳທາງການເງິນ ແລະ ທຶນແບບປະສົມປະສານ;
  • ການອອກຈາກສະຖານະພາບດ້ອຍພັດທະນາ: ສປປ ລາວ ຖືກກຳນົດໃຫ້ອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນວັນທີ 24 ພະຈິກ 2026 ຫຼັງຈາກຜ່ານການປະເມີນຂອງ ອົງການສະຫະປະຊາຊາດ ທັງ 3 ເງື່ອນໄຂ (GNI, HAI ແລະ EVI). ລັດຖະບານ ໄດ້ສ້າງຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນ (STS) ແລະ ອອກຄຳສັ່ງນາຍົກລັດຖະມົນຕີ ເລກທີ 48/ນຍ ລົງວັນທີ 06 ສິງຫາ 2026 ໃຫ້ຈັດຕັ້ງປະຕິບັດນະໂຍບາຍ 12 ຂໍ້ສໍາຄັນ ເພື່ອກະກຽມຄວາມພ້ອມໃນໄລຍະຂ້າມຜ່ານ 2026–2029, ເປັນຕົ້ນ: ການເຈລະຈາສິດທິພິເສດດ້ານການຄ້າ ແບບມີເງື່ອນໄຂ (GSP) ກັບສະຫະພາບເອີຣົບ, ການກະກຽມຮອງຮັບຜົນກະທົບຕໍ່ຂະແໜງຢາ ແລະ ກົດລະບຽບແຫຼ່ງກຳເນີດສິນຄ້າ, ການເຂົ້າເຖິງກອງທຶນດ້ານດິນຟ້າອາກາດ ແລະ ການພັດທະນາພາກເອກະຊົນ. ລັດຖະບານ ໄດ້ສະເໜີໃຫ້ຄູ່ຮ່ວມພັດທະນາ ສືບຕໍ່ຮັກສາເງື່ອນໄຂສິດທິພິເສດ, ການຊ່ວຍເຫຼືອ ດ້ານທຶນຮອນແລະ ເຕັກນິກວິຊາການ ແລະ ຊ່ວຍສ້າງຂີດຄວາມສາມາດ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຂ້າມຜ່ານ;
  • ແຜນດໍາເນີນງານຖະແຫຼງການວຽງຈັນ ສະບັບທີ III (VDCAP III) ທີ່ໄດ້ລົງນາມ ໃນວັນທີ 19 ພະຈິກ 2025 ປະກອບມີ 6 ຫຼັກການ, 21 ໜ້າວຽກ ແລະ 50 ຕົວຊີ້ວັດ ເພື່ອເພີ່ມຄວາມເປັນເຈົ້າການ, ຄວາມໂປ່ງໃສ ແລະ ຄວາມສາມາດໃນການຄາດຄະເນ ຂອງການຮ່ວມມື ເພື່ອການພັດທະນາ ໃນ 9 ເດືອນຂອງປີ 2026 ສາມາດເບີກຈ່າຍທຶນ ODA ໄດ້ 40% ແລະ ຄາດວ່າຈະເບີກຈ່າຍໄດ້ ປະມານ 90% ໃນທ້າຍປີ. ພ້ອມນັ້ນ, ໄດ້ເນັ້ນໃສ່ການສົ່ງເສີມທຶນແບບປະສົມປະສານ ເຊັ່ນ: ກອງທຶນສົ່ງເສີມ SME ພ້ອມກົນໄກອັດຕາດອກເບ້ຍຜ່ອນຜັນ, ການເງິນກາກບອນ ແລະ ການເຂົ້າເຖິງກອງທຶນດິນຟ້າອາກາດສີຂຽວ (GCF).

        ຄຽງຄູ່ກັນນີ້, ນອກຈາກການຮັບຟັງບົດລາຍງານ, ການແລກປ່ຽນ ແລະ ການປຶກສາຫາລື ລະຫວ່າງຂະແໜງການລັດ ແລະ ຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ, ກອງປະຊຸມຍັງໄດ້ຮັບຟັງການບັນຍາຍພິເສດ ຂອງ ທ່ານ ປອ. ອານຸລັກ ກິດຕິຄຸນ, ຜູ້ອຳນວຍການໃຫຍ່ ສະຖາບັນແມ່ນໍ້າຂອງ ກ່ຽວກັບ “ການເລັ່ງລັດກ້າວສູ່ປະເທດລາຍຮັບປານກາງ-ສູງ ຜ່ານການພັດທະນາຊັບພະຍາກອນມະນຸດແລະ ການນໍາໃຊ້ນະວັດຕະກຳຕາມທິດການເຕີບໂຕສີຂຽວ”, ພ້ອມນັ້ນ ກໍ່ໄດ້ລົງເລິກປຶກສາຫາລືໃນ 2 ກຸ່ມສົນທະນາຍຸດທະສາດ ຄື: (1) ການເລັ່ງລັດກ້າວສູ່ປະເທດລາຍຮັບປານກາງ-ສູງ ຜ່ານການພັດທະນາຊັບພະຍາກອນມະນຸດ ໂດຍສຸມໃສ່ການພັດທະນາສີມືແຮງງານ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ແລະ (2) ການເລັ່ງລັດກ້າວສູ່ປະເທດລາຍຮັບປານກາງ-ສູງ ຜ່ານການນໍາໃຊ້ນະວັດຕະກຳ ຕາມທິດການເຕີບໂຕສີຂຽວ ໂດຍສຸມໃສ່ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການດໍາເນີນທຸລະກິດ, ການຍົກລະດັບຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນ ແລະ ການສ້າງມູນຄ່າເພີ່ມຜະລິດຕະພັນພາຍໃນ.

        ພ້ອມກັນນີ້, ໃນຕອນທ້າຍຂອງ ກອງປະຊຸມ, ໄດ້ຮັບຟັງການສະຫຼຸບ ແລະ ຄຳເຫັນຂອງ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ຄຳແນະນໍາຂອງ ພະນະທ່ານ ສັນຕິພາບ ພົມວິຫານ, ເຊິ່ງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງ ກອງປະຊຸມໃນຄັ້ງນີ້ ແລະ ໄດ້ວາງທິດຊີ້ນຳໃຫ້ທຸກພາກສ່ວນ ໄປຜັນຂະຫຍາຍ ພາຍໃຕ້ 4 ຂົງເຂດວຽກງານ ດັ່ງນີ້: (1) ການເຊື່ອມໂຍງ ແຜນພັດທະນາ ແລະ ການຈັດສັນງົບປະມານແຫ່ງລັດ; (2) ການລະດົມຊັບພະຍາກອນແບບປະສົມປະສານ ແລະ ການປຶກສາຫາລືລະດັບຂະແໜງການ; (3) ການກະກຽມຄວາມພ້ອມສໍາລັບໄລຍະຂ້າມຜ່ານຫຼັງການອອກຈາກສະຖານະພາບດ້ອຍພັດທະນາ (LDC); ແລະ (4) ປະສິດທິຜົນຂອງການຮ່ວມມື, ການປະສານງານ ແລະ ການຕິດຕາມ-ປະເມີນຜົນ. ກະຊວງການເງິນ ໃນນາມປະທານຄະນະຊີ້ນໍາລະດັບຊາດເພື່ອຂະບວນການໂຕະມົນ ຈະປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສັງລວມ ແລະ ລາຍງານຜົນສໍາເລັດຂອງກອງປະຊຸມ ຕໍ່ລັດຖະບານ ສປປ ລາວ ເພື່ອມີທິດຊີ້ນຳ ແລະ ເປັນບ່ອນອີງໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ. 

        ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງ ລັດຖະບານນິວຊີແລນ ແລະ ອົງການສະຫະປະຊາຊາດ ທີ່ໄດ້ໃຫ້ການສະໜັບສະໜູນ ດ້ານທຶນຮອນ, ເຕັກນິກວິຊາການ ເຮັດໃຫ້ກອງປະຊຸມຈັດຂຶ້ນຢ່າງມີຜົນສໍາເລັດ ແລະ ສະແດງຄວາມຂອບໃຈຕໍ່ຄູ່ຮ່ວມພັດທະນາ ທີ່ໄດ້ເອົາໃຈໃສ່, ໃຫ້ຄຳໝັ້ນສັນຍາ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີຄວາມຍືນຍົງ ຢ່າງມີຜົນສໍາເລັດ.

© 2025 Copyright: ກະຊວງການເງິນ, ສປປ ລາວ