ໃນວັນທີ 18 ພະຈິກ 2026 ກົມພາສີ ກະຊວງການເງິນ ໄດ້ຈັດພິທີມອບໃບຢັ້ງຢືນຜູ້ປະກອບການມາດຕະຖານ ເອອີໂອ (AEO) ຢ່າງເປັນທາງການ ໃຫ້ແກ່ ບໍລິສັດ ດີເອັຈແອລລາວ ຈຳກັດຜູ້ດຽວ (DHL Lao) ເຊິ່ງເປັນບໍລິສັດມາດຕະຖານອັນດັບທີ 06 ຂອງ ສປປ ລາວ ແລະ ເປັນບໍລິສັດທີ 2 ທີ່ມີຄວາມສະໝັກໃຈເຂົ້າຮ່ວມໂຄງການ ເອອີໂອ ໃນປະເພດຜູ້ບໍລິການແຈ້ງພາສີ ແລະ ຜ່ານເງື່ອນໄຂມາດຕະຖານ ເອອີໂອ.
ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍ ທ່ານ ວິຣາພົງ ຫອມຄລ້າຍ ຜູ້ອຳນວຍການໃຫຍ່ ບໍລິສັດ ດີເອັຈແອລລາວ ຈຳກັດຜູ້ດຽວ, ພະນັກງານ ແລະ ແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ວົງວັນເພັງ ພູມສະຫວັນ ໄດ້ຊົມເຊີຍຕໍ່ຄວາມພະຍາຍາມ ແລະ ຜົນສຳເລັດຂອງ ບໍລິສັດ ດີເອັຈແອລລາວ ຈຳກັດ ທີ່ຜ່ານການປະເມີນຢ່າງເຂັ້ມງວດ ທັງດ້ານເອກະສານ ແລະ ສະຖານທີ່ຕົວຈິງ ໂດຍຜ່ານການປະເມີນຕາມກົດໝາຍ, ລະບຽບການ ແລະ ມາດຕະຖານຜູ້ປະກອບການ ເອອີໂອ ວ່າໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ມີລະບົບຄວາມປອດໄພທີ່ໄດ້ມາດຕະຖານສາກົນ ແລະ ຮັບປະກັນຄວາມສະດວກວ່ອງໄວໃນການເຄື່ອນຍ້າຍສິນຄ້າ.
ໃນຕອນທ້າຍຂອງພິທີ ໄດ້ມີການລົງນາມໃນສັນຍາການຈັດຕັ້ງປະຕິບັດແຜນງານຜູ້ປະກອບການມາດຕະຖານ ເອອີໂອ ລະຫວ່າງ ກົມພາສີ ແລະ ບໍລິສັດ ດີເອັຈແອລລາວ ຈຳກັດຜູ້ດຽວ ພ້ອມທັງມອບໃບຢັ້ງຢືນ ເພື່ອເປັນບາດກ້າວສຳຄັນໃນການຍົກລະດັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດໃນລະດັບພາກພື້ນ ແລະ ສາກົນ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງຕໍ່ໄປ.