• ກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ
  • |
  • 2026-11-18
  • |
  • ວຽກວິຊາສະເພາະ

        ໃນວັນທີ 17 ພະຈິກ 2026  ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ຮ່ວມກັບ WB ແລະ ADB ໄດ້ຈັດກອງປະຊຸມເຜີຍແຜ່ໂອກາດການເຂົ້າເຖິງການປະມູນ ແລະ ລະບຽບການຫຼັກການກ່ຽວກັບການກະກຽມເອກະສານປະມູນສໍາລັບພາກເອກະຊົນ, ໂດຍການເປັນປະທານຮ່ວມຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ທ່ານ ນາງ ຈິງມິນ ຮ່ວງ ຜູ້ອໍານວຍການທະນາຄານພັດທະນາອາຊີ ແລະ ທ່ານ ຄະວິມາ ທາຣາ ຜູ້ຕາງໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ບັນດາວິສາຫະກິດ ເຂົ້າຮ່ວມ.

       ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບແຜນງານ, ໂຄງການລົງທຶນ, ໂອກາດໃນການເຂົ້າຮ່ວມການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ແຫຼ່ງທຶນສາກົນ ເຊັ່ນ: WB ແລະ ADB ເພື່ອໃຫ້ພາກທຸລະກິດລາວ ແລະ ພາກທຸລະກິດສາກົນ ສາມາດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ ແລະ ເຂົ້າຮ່ວມການແຂ່ງຂັນທີ່ມີມາດຖານສາກົນ.

        ໃນກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີໃນຫຼາຍຫົວຂໍ້ສຳຄັນດັ່ງນີ້: ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ຫັ່ນເປັນທັນສະໄໝ; ວຽກງານການຄຸ້ມຄອງສັນຍາ ໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິພາບ ແລະປະສິດທິຜົນສູງສຸດ; ພາບລວມຂອງແຜນງານ ແລະ ໂອກາດໃນການເຂົ້າຮ່ວມປະມູນຂອງໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ; ການກະກຽມເອກະສານປະມູນທີ່ຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂ ລວມທັງລະບຽບການຈັດຊື້-ຈັດຈ້າງ ແລະ ຂັ້ນຕອນການປະເມີນຜົນການປະມູນຂອງທະນາຄານໂລກ;  ພາບລວມຂອງແຜນງານ, ໂອກາດໃນການເຂົ້າຮ່ວມປະມູນ ແລະ ລະບຽບການຈັດຊື້-ຈັດຈ້າງ ຂອງໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ທະນາຄານໂລກ (World Bank) ແລະ ທະນາຄານພັດທະນາອາຊີ (ADB) ລວມທັງວິທີການກະກຽມເອກະສານປະມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂ ແລະ ການມີສ່ວນຮ່ວມກັບຕະຫຼາດລ່ວງໜ້າ. 

        ພ້ອມນັ້ນ, ກໍມີການສົນທະນາແລກປ່ຽນບົດຮຽນການຄຸ້ມຄອງສັນຍາເພື່ອໃຫ້ໂຄງການມີປະສິດທິພາບສູງສຸດ, ວິທີການກະກຽມເອກະສານປະມູນຂອງທະນາຄານໂລກ ແລະ ADB ໃຫ້ຖືກຕ້ອງຄົບຖ້ວນ, ແລະ ຈາກຜູ້ຕາງໜ້າພາກທຸລະກິດຕົວຈິງ ທີ່ມາແບ່ງປັນປະສົບການ, ສິ່ງທ້າທາຍ ແລະ ວິທີການແກ້ໄຂໃນການຍາດແຍ່ງສັນຍາໂຄງການຕ່າງໆ. 

© 2025 Copyright: ກະຊວງການເງິນ, ສປປ ລາວ