
ໃນວັນທີ 18 ພະຈິກ 2026 ກະຊວງການເງິນ ໄດ້ຈັດພິທີເປີດ ຫ້ອງກວດຄຸນນະພາບ ແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ສະຖານີລົດໄຟ ວຽງຈັນໄຕ້ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີຄະນະລັດຖະມົນຕີ, ຄະນະກຳການປົກຄອງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະກົມ, ຜູ້ປະກອບການແຮ່ທາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ມີຄໍາເຫັນວ່າ ວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ແມ່ນມາດຕະການສຳຄັນໃນການຜັນຂະຫຍາຍມະຕິຂອງພັກ ແລະ ລັດຖະບານ ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ໂປ່ງໃສ, ປະຢັດ, ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ.
ຜ່ານມາ ທາງກະຊວງການເງິນ ໄດ້ເປີດນໍາໃຊ້ສໍາເລັດແລ້ວ 07 ຈຸດ (ລວມທັງຈຸດສະຖານີວຽງຈັນໄຕ້) ໃນການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນຕອບຮັບທີ່ດີ ໂດຍສາມາດກວດກາ ແລະ ຄວບຄຸມການສົ່ງອອກແຮ່ທາດໄດ້ຢ່າງເປັນລະບົບ.
ໃນຕອນທ້າຍ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທຸກພາກສ່ວນ ຈະເຮັດໃຫ້ວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ໄດ້ຮັບຜົນສຳເລັດອັນຈົບງາມ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.