• ກົມສ່ວຍສາອາກອນ
  • |
  • 2026-11-17
  • |
  • ວຽກຮ່ວມມື

            ໃນລະຫວ່າງວັນທີ 17 ຫາ 20 ພະຈິກ 2026, ກົມສ່ວຍສາອາກອນ ຮ່ວມກັບ ຄະນະຊ່ຽວຊານ ທະນາຄານໂລກ ໄດ້ຈັດ ການຝຶກອົບຮົມສ້າງຄວາມເຂັ້ມແຂງໃນພະນັກງານສ່ວຍສາອາກອນ ກ່ຽວກັບລະບຽບລາຄາໂອນລະຫວ່າງປະເທດ ໂດຍການເປັນປະທານ ຂອງ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ມີ ທ່ານ ຫວຽດອານ ຫງຽນ ຊ່ຽວຊານອາວຸໂສດ້ານການຄຸ້ມຄອງພາກລັດ, ຄະນະກົມ, ຄະນະພະແນກ, ວິຊາການ ຕາງໜ້າຈາກກົມສ່ວຍສາອາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.

       ການຄຸ້ມຄອງການເກັບອາກອນ ຈາກບັນດາບໍລິສັດຂ້າມຊາດ ຖືວ່າເປັນຄວາມທ້າທາຍອັນໃໝ່ສໍາລັບ ສປປ ລາວ ໂດຍສະເພາະການເຮັດທຸລະກໍາ ລະຫວ່າງ ບັນດາບໍລິສັດໃນກຸ່ມ ເຊິ່ງໃຊ້ວິທີການຫຼາຍໆຮູບແບບ ເພື່ອຫຼົບຫຼີກການເສຍອາກອນ. ເພື່ອຮັບມືກັບບັນຫາດັ່ງກ່າວ ໃນກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 88/ສພຊ, ລົງວັນທີ 25 ມິຖຸນາ 2025 ໄດ້ກໍານົດໃນດ້ານຫຼັກການ ການຄຸ້ມຄອງລາຄາໂອນ ແລະ ອາກອນກໍາໄລຂັ້ນຕໍ່າພາຍໃນປະເທດ ໃຫ້ຮັບປະກັນຄວາມເປັນທຳ, ໂປ່ງໃສ ແລະ ສອດຄ່ອງກັບມາດຕະຖານສາກົນ.

       ໂອກາດນີ້ ທ່ານ ສຸພັນ ວິລະວົງ  ມີຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ ເປັນໂອກາດອັນດີໃນການສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ຕໍ່ກັບວິທີການກວດກາ ລາຄາໂອນ, ສະນັ້ນ ທ່ານ ໄດ້ສະເໜີໃຫ້ ນັກສໍາມະນາກອນ ປະກອບສ່ວນຢ່າງຕັ້ງໜ້າ ເອົາໃຈໃສ່ຕໍ່ການຝຶກອົບຮົມຢ່າງເຕັມສ່ວນ ເພື່ອຮັບເອົາຄວາມຮູ້, ເຕັກນິກ ແລະ ບົດຮຽນໃໝ່ໆ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານກວດກາອາກອນຕົວຈິງໃຫ້ມີປະສິດທິພາບ ແລະ  ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຕົວຈິງ ໂດຍການ ແລກປ່ຽນບົດຮຽນອັນດີ ກັບ ຄະນະຊ່ຽວຊານຈາກທະນາຄານໂລກ ຢ່າງກົງໄປກົງມາ ໃຫ້ເຫັນໄດ້ບົດຮຽນຕົວຈິງ ເພື່ອນໍາເອົາບົດຮຽນດັ່ງກ່າວ ໄປກໍານົດເປັນແຜນດໍາເນີນວຽກງານກວດກາ ລາຄາໂອນ ໃຫ້ມີປະສິດທິພາບຫຼາຍຂື້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ