• ກົມຄຸ້ມຄອງການບັນຊີ
  • |
  • 2026-11-16
  • |
  • ສາມອົງການຈັດຕັ້ງ

       ໃນວັນທີ 16 ພະຈິກ 2026, ໜ່ວຍຊາວໜຸ່ມກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ໂດຍເປັນປະທານຮ່ວມຂອງ ສະຫາຍ ປອ. ວິລະໄພ ອຸບົນປະເສີດ ຮອງເລຂາໜ່ວຍພັກຮາກຖານ, ປະທານກວດກາໜ່ວຍພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກົມຄຸ້ມຄອງການບັນຊີ ແລະ ສະຫາຍ ທິບພະວົງ ວົງແສງເດືອນ ຮອງເລຂາ, ປະທານກວດກາໜ່ວຍຊາວໜຸ່ມ ກົມຄຸ້ມຄອງການບັນຊີ ມີຕາງໜ້າໜ່ວຍສະຫະພັນກຳມະບານ, ສະຫະພັນແມ່ຍິງ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມ ກົມຄຸ້ມຄອງການບັນຊີ ເຂົ້າຮ່ວມ.

      ໃນກອງປະຊຸມ ສະຫາຍ ທິບພະວົງ ວົງແສງເດືອນ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຊິ່ງຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ໃນ 4 ດ້ານ:  ບຸກດ້ານແນວຄິດ ສະມາຊິກຊາວໜຸ່ມໄດ້ຮັບການສຶກສາອົບຮົມການເມືອງ-ແນວຄິດຢ່າງເປັນປົກກະຕິ;   ບຸກດ້ານການຝຶກຝົນຫຼໍ່ຫຼອມ-ຮໍ່າຮຽນ ສະມາຊິກໄດ້ຕັ້ງໜ້າຍົກລະດັບຄວາມຮູ້ຄວາມສາມາດ ແລະ ປະຕິບັດຈັນຍາບັນວິຊາຊີບ;  ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ໂດຍຮັກສາການສ່ອງແສງລາຍງານ ແລະ ຄວາມສາມັກຄີພາຍໃນໜ່ວຍ ແລະ ບຸກດ້ານວຽກງານວິຊາສະເພາະ (ຝຶກອົບຮົມວິຊາຊີບ-ສ້າງວຽກເຮັດງານທຳ) ຕິດພັນກັບການຄຸ້ມຄອງ ແລະ ພັດທະນາວຽກງານການບັນຊີແຫ່ງລັດ, ບັນຊີວິສາຫະກິດ ພ້ອມທັງການຫັນເປັນທັນສະໄໝ.

       ພ້ອມນີ້, ກອງປະຊຸມໄດ້ເປັນເອກະພາບກຳນົດທິດທາງແຜນການ ປີ 2027 ໂດຍສຸມໃສ່ການສືບຕໍ່ວຽກງານ ແລະ ຜົນງານການປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ມີຄຸນນະພາບສູງຂຶ້ນ,   ສູ້ຊົນສ້າງເປົ້າໝາຍຂະຫຍາຍສະມາຊິກພັກ ຈຳນວນ 1 ສະຫາຍ,   ເພີ່ມທະວີການປະສານສົມທົບກັບໜ່ວຍພັກ ແລະ ຍົກສູງວຽກງານວິຊາສະເພາະຕິດພັນກັບລະບົບດິຈິຕອນ. 

       ໂອກາດນີ້ ສະຫາຍ ປອ. ວິລະໄພ ອຸບົນປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງໜ່ວຍຊາວໜຸ່ມທີ່ຍາດມາໄດ້ໃນປີ 2026, ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍ ແລະ ສະມາຊິກທຸກສະຫາຍ ສືບຕໍ່ຮັກສາຄວາມສາມັກຄີ, ເພີ່ມທະວີຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິຄຳສັ່ງຕ່າງໆ ໃຫ້ປະກົດຜົນເປັນຈິງຢ່າງມີປະສິດທິຜົນສູງສຸດ.

© 2025 Copyright: ກະຊວງການເງິນ, ສປປ ລາວ