• ກະຊວງການເງິນ
  • |
  • 2026-11-16
  • |
  • ວຽກວິຊາສະເພາະ

        ໃນລະຫວ່າງ ວັນທີ 09-13 ພະຈິກ 2026, ທ່ານ ສຸລິວັດ ສຸວັນນະຈູມຄໍາ ກຳມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ ລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດຄໍາແນະນໍາກ່ຽວກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ (ສອຈ) ແລະ ວຽກງານຫັນເປັນທັນສະ ໄໝ ທີ່ ແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະ ແຂວງ ຫຼວງພະບາງ.

         ໃນໂອກາດດັ່ງກ່າວ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ນໍາພາຄະນະ ເຂົ້າພົບປະທານຄະນະກໍາມະການປົກຄອງບັນດາແຂວງ ຢູ່ທີ່ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງຂອງການລົງເຄື່ອນໄຫວວຽກງານຄັ້ງນີ້, ພ້ອມນັ້ນ ຄະນະປະທານປົກຄອງແຂວງ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸນ ແລະ ອວຍພອນໃນການລົງມາເຄືອນໄຫວຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

        ຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້, ເພື່ອຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ບັນຫາອື່ນໆປິນອ້ອມທີ່ພົນເດັ່ນທີ່ປະຕິບັດໄດ້ໃນໄລຍະຜ່ານມາ, ພ້ອມທັງທິດທາງສືບຕໍ່ແຜນການການຈັດຕັ້ງປະຕິບັດວຽກງານຕາມ ຄໍາແນະນໍາກ່ຽວກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ (ສອຈ) ສະບັບ ເລກທີ 4941/ກງ, ລົງວັນທີ 30 ທັນວາ 2025 ແລະ ວຽກງານຫັນເປັນທັນສະໄໝ.

       ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນດັ່ງກ່າວ ສ່ວນໃຫຍ່ແມ່ນສາມາດຈັດຕັ້ງຜັນຂະຫຍາຍບັນລຸຜົນສໍາເລັດຫຼາຍດ້ານ ເຊິ່ງສະແດງອອກ ການພັດທະນາທາງດ້ານເສດຖະກິດຂອງແຂວງບໍ່ແກ້ວ ຂະຫຍາຍຕົວຢູ່ໃນ ລະດັບ 5.1%, ໃນນັ້ນ, ຂະແໜງບໍລິການເຕີບໂຕ 7.5%, ອຸດສາຫະກຳ 4.8% ແລະ ຂະແຫນງກະສິກໍາ 38.45%. ການປະຕິບັດແຜນລາຍຮັບປີ 2026 ຮອດວັນທີ 10 ພະຈິກ 2026 ປະຕີບັດໄດ້ ປະມານ 84.77% ຂອງແຜນປີ. ແຂວງຫຼວງນໍາທາ ເສດຖະກິດຂະຫຍາຍຕົວບັນລຸ 8.8%, ໃນນັ້ນ, ຂະແໜງບໍລິການເຕີບໂຕ 3.1%, ອຸດສາຫະກຳ 13.8% ແລະ ຂະແຫນງກະສິກໍາ-ປ່າໄມ້ 9.2%; ການປະຕິບັດແຜນລາຍຮັບປີ 2026 ຮອດວັນທີ 10 ພະຈິກ 2026 ປະຕີບັດໄດ້ ປະມານ 78.36% ຂອງແຜນປີ. ພ້ອມກັນນັ້ນ, ທີ່ແຂວງຫຼວງພະບາງທ່ານ ຮອງລັດຖະມົນຕີ ກໍໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນ ທາບທາມໃສ່ຮ່າງຄໍາແນະນໍາກ່ຽວກັບການເງິນຕາແສງ ເຊິ່ງແມ່ນເອກະສານທີ່ສໍາຄັນ ແລະ ເປັນບ່ອນອີງໃນການ ວາງລະບຽບ, ວິທີການດໍາເນີນການດ້ານການເງິນຂອງຕາແສງໃຫ້ມີເນື້ອໃນຊັດເຈນ ແລະ ປັບປຸງຮ່າງຄໍາແນະນໍາດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງຈະແຈ້ງ, ຮັດກຸມ ແລະ ສາມາດນໍາມາປະຕິບັດໄດ້ໃນຂອບເຂດທົ່ວປະເທດ.

        ໃນໂອກາດດັ່ງກ່າວ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ມີຄໍາເຫັນ ຊີ້ນຳຕໍ່ຂະແໜງການເງິນ ໃຫ້ສືບຕໍ່ລົງເລິກ ແລະ ນຳໃຊ້ທ່າແຮງບົ່ມຊ້ອນພາຍໃນແຂວງ ເພື່ອສູ້ຊົນປະຕິບັດແຜນງົບປະມານ 02 ເດືອນທ້າຍປີ ແລະ ແຜນໝົດປີ 2026 ໃຫ້ບັນບຸຕາມແຜນການ ໂດຍໃຫ້ສົມທົບຄະນະວິຊາການຈາກສູນກາງ ເພື່ອລົງເລິກວິເຄາະຂໍ້ມູນຖານລາຍຮັບແຕ່ລະຂະແໜງ ຢ່າງລະອຽດ ພ້ອມທັງຮີບຮ້ອນສົມທົບພາກສ່ວນກ່ຽວຂ້ອງ ຂະຫຍາຍຖານລາຍຮັບອາກອນມູນຄ່າເພີ່ມ ໂດຍນຳໃຊ້ລະບົບ E-Tax Invoice ແລະ ຄວບຄູ່ກັບການຄຸມເຂັ້ມການແຈ້ງ-ມອບອາກອນ.

ພາຍຫຼັງສໍາເລັດກອງປະຊຸມແລ້ວ ການນໍາກະຊວງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 4 ແຂວງ ບໍ່ແກ້ວ, ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ເພື່ອໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ວຽກງານການຫັນເປັນທັນສະໄໝ ພ້ອມທັງໃຫ້ທິດຊີ້ນຳຕໍ່ວຽກງານດັ່ງກ່າວໃຫ້ສືບຕໍ່ເພີ່ມທະວີປະຕິບັດແຜນວຽກຈຸດສຸມໃຫ້ແຂງແຮງ, ສາມາດຈັດເກັບລາຍຮັບງົບປະມານໄດ້ຢ່າງຄົບຖ້ວນ ແລະ ທົ່ວເຖິງທຸກເປົ້າໝາຍຕາມທາແຮງບົ່ມຊ້ອນຂອງບັນດາແຂວງ. 

 

© 2025 Copyright: ກະຊວງການເງິນ, ສປປ ລາວ