ໃນວັນທີ 12 ພະຈິກ 2026 ທີ່ກະຊວງການເງິນ ທ່ານ ປອ ສິດທິຣົດ ຣາຊະພົນ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ ແລະ ທ່ານ ນາງ ໂຄບາຢາຊິ ມິຢາໂກະ (Ms. KOBAYASHI Miyako) ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ແມ່ນເປັນຂິດໝາຍອັນສໍາໃນການຮ່ວມມືກັບບັນດາຄູ່ຮ່ວມ ພັດທະນາ ປະຈຳ ຢູ່ສປປ ລາວ ເຊິ່ງໄດ້ສ້າງສາຍພົວພັນອັນໃກ້ຊິດ ແລະ ແໜ້ນແຟ້ນ. ເຊິ່ງທັງສອງຝ່າຍໄດ້ແລກປ່ຽນ, ລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດອັນພົ້ນເດັ່ນຂອງການຮ່ວມມື ທັງຝ່າຍທີ່ໄດ້ປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ການລົງເລິກສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການຕ່າງໆໃນໄລຍະໜຶ່ງປີຜ່ານມາ ແລະ ທິດທາງແຜນການຮ່ວມມື ໃນປີຕໍ່ໄປ. ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສະເພາະ ຂະແໜງການເງິນ ຜ່ານການຮ່ວມມືສອງຝ່າຍ ມີຂົງເຂດບູລິມະສິດ ເປັນຕົ້ນ: ການເສີມສ້າງພື້ນຖານທາງເສດຖະກິດ ແລະ ການເງິນ ໂດຍການເພີ່ມທະວີວຽກງານການຄຸ້ມຄອງສະຖຽນລະພາບທາງດ້ານການເງິນ, ການເຕີບໂຕທາງດ້ານເສດຖະກິດທີ່ມີຄຸນນະພາບ ໂດຍການເພີ່ມທະວີໃນວຽກງານການເຊື່ອມໂຍງກັບບັນດາປະເທດໃນພາກພື້ນໂດຍທາງກົງ ແລະ ທາງອ້ອມເຊັ່ນ: ການຈະລາຈອນ, ການຂົນສົ່ງ, ການສະໜອງພະລັງງານ ແລະ ອື່ນໆ ; ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ, ລັດຖະບານຍີ່ປຸ່ນ ຍັງໃຫ້ການຊ່ວຍເຫຼືອໃນຮູບແບບອື່ນອີກເຊັ່ນ: ການຈັດສົ່ງອາສາສະຫມັກມາປະຕິບັດໜ້າທີ່ຢູ່ຕາມຂະແໜງການ ແລະທ້ອງຖິ່ນທີ່ກ່ຽວຂ້ອງເກືອບທຸກແຂວງ ໃນທົ່ວປະເທດ, ການຊ່ວຍເຫຼືອຮູບແບບດັ່ງກ່າວ ຖືເປັນການຊ່ວຍເຫຼືອທີ່ສຳຄັນທາງດ້ານວິຊາການໃນການຖ່າຍທອດຄວາມຮູ້, ຄວາມສາມາດ ແລະ ວິທະຍາ ສາດເຕັກໂນໂລຊີໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຊົນນະບົດ ເຊິ່ງເປັນການປະ ກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ ໃຫ້ມີຄວາມເຂັ້ມແຂງຕາມທິດສີຂຽວ ແລະ ຍືນຍົງ.

