• ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ
  • |
  • 2026-11-12
  • |
  • ສາມອົງການຈັດຕັ້ງ

        ໃນວັນທີ 10 ພະຈິກ 2026 ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍການເປັນປະທານຮ່ວມຂອງ ສະຫາຍ ຈັນທະພອນ ຄຳມະນີຈັນ ກຳມະການພັກກະຊວງ,​ ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ທ່ານ ທັນວາໄຊ ພົນເສນາ ຫົວໜ້າໜ່ວຍກໍາມະບານຮາກຖານ, ມີຄະນະໜ່ວຍ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ.

        ກອງປະຊຸມ ໄດ້ຕີລາຄາຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານ ປະຈຳປີ 2026 ຜ່ານມາ ເຫັນວ່າບັນດາສະມາຊິກກໍາມະບານ ໄດ້ຍົກສູງຄວາມເປັນເຈົ້າການ 05 ດ້ານ ເຊັ່ນ: ການເຝິກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ, ການປະຕິບັດກົດໝາຍ, ການພັດທະນາຕົນເອງ ແລະ ການຈັດຕັ້ງ, ການປົກປ້ອງສິດຜົນປະໂຫຍດອັນຊອບທໍາ, ພ້ອມທັງປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ແລະ ມີຜົນສຳເລັດຕາມຄາດໝາຍສູ້ຊົນໄດ້ 95%. ພ້ອມດຽວກັນນັ້ນກອປະຊຸມໄດ້ລົງເລີກຄົ້ນຄວ້າ ແລະ ຖອດຖອນບົດຮຽນຈາກຂໍ້ຄົງຄ້າງ ເພື່ອສືບຕໍ່ສ້າງທິດທາງ ແຜນການໃນປີ 2027 ໃຫ້ມີຄວາມເຂັ້ມແຂງ, ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສູ້ຊົນຍົກສູງການປະຕິບັດຂໍ້ແຂ່ງຂັນກໍາມະບານ 5 ເປັນເຈົ້າ ບໍ່ໃຫ້ຫຼຸດຄາດໝາຍ.

        ໂອກາດນີ້, ສະຫາຍ ຈັນທະພອນ ຄຳມະນີຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ ເປັນຕົ້ນແມ່ນ: ການເອົາໃຈໃສ່ຫັນເອົາແນວທາງ, ມະຕິ, ຄໍາສັ່ງ ຂອງພັກ, ຂອງສະຫະພັນກໍາມະບານ ມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ. ໃນຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ, ມີເນື້ອໃນເລິກເຊິ່ງ ແລະ ຖືກຕ້ອງຕາມ ບົດແນະນໍາ ຂອງສູນກາງສະຫະພັນກໍາມະບານ. ພ້ອມດຽວກັນນີ້, ສະຫາຍ ປະທານກອງປະຊຸມ ໄດ້ເນັ້ນໃຫ້ສະມາຊິກກໍາມະບານຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂບັນຫາໃຫ້ທັນການ ແລະ ສ້າງຂະບວນການໃຫ້ສອດຄ່ອງບົນພື້ນຖານແນວທາງນະໂຍບາຍຂອງພັກ-ລັດ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີ ແລະ ສຶກສາອົບຮົມຖັນແຖວສະມາຊິກກໍາມະບານ ໃຫ້ມີນໍ້າໃຈຮັກຊາດ, ຮັກການອອກແຮງງານ ຢ່າງມີຫົວຄິດປະດິດສ້າງ, ລວມເຖິງການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານຕິດພັນຂະບວນການຮັກຊາດ ແລະ ພັດທະນາ. 

        ສຳລັບທິດທາງສູ້ຊົນໃນປີ 2027,  ໜ່ວຍກຳມະບານຮາກຖານ ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ວາງທິດທາງຄາດໝາຍສູ້ຊົນຢ່າງໜັກແໜ້ນ ໂດຍຈະເນັ້ນໜັກໃສ່ການເພີ່ມທະວີຄວາມເປັນເຈົ້າການໃນການຜັນຂະຫຍາຍນິຕິກຳ ເຂົ້າສູ່ວຽກງານວິຊາສະເພາະ ແລະ ວຽກງານກໍ່ສ້າງພັກ-ພະນັກງານ. ພ້ອມທັງຈະສືບຕໍ່ສົ່ງເສີມໃຫ້ສະມາຊິກກຳມະບານຍົກລະດັບຄວາມຮູ້ທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ພາສາຕ່າງປະເທດ ແລະ ທິດສະດີການເມືອງ ເພື່ອສ້າງຂີດຄວາມສາມາດໃນການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ໃຫ້ມີປະສິດທິພາບສູງຂຶ້ນໄປເລື່ອຍໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ