ໃນວັນທີ 06 ພະຈິກ 2026, ໜ່ວຍພັກຮາກຖານກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການ ປີ 2027 ໂດຍການເປັນປະທານຂອງ ສະຫາຍ ອຸດອນ ທໍາມະວົງສາ ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ ກົມຄຸ້ມຄອງການບັນຊີ, ມີບັນດາຄະນະໜ່ວຍພັກ, ຄະນະຮັບຜິດຊອບຊຸກຍູ້ຕິດຕາມຈາກກົມຈັດຕັ້ງ ແລະ ກົມກວດກາລັດ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມຄໍາແນະນໍາ ສະບັບເລກທີ 171/ຄບພ.ກງ ລົງວັນທີ 05 ມິຖຸນາ 2025 ຂອງຄະນະບໍລິຫານງານພັກກະຊວງການເງິນ. ຈຸດປະສົງເພື່ອສະຫຼຸບຕີລາຄາ ໂດຍຖືເອົາ "ຄຸນນະພາບເປັນກົກ, ເອົາສະພາບການຕົວຈິງ ແລະ ຖືເອົາຜົນສໍາເລັດຂອງວຽກງານເປັນໄມ້ຫຼາວັດແທກ".

ໃນກອງປະຊຸມ, ຄະນະໜ່ວຍພັກ ແລະ ສະມາຊິກພັກໄດ້ພ້ອມກັນດຳເນີນການສໍາຫຼວດກວດກາ ແລະ ຕີລາຄາເນື້ອໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຄື:
1. ຕີລາຄາສະມາຊິກພັກ ໂດຍການສ່ອງແສງ 5 ດ້ານ ຕາມມາດຖານກໍ່ສ້າງສະມາຊິກພັກ (ດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດໍາລົງຊີວິດ, ສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນ, ແບບແຜນນຳພາ ແລະ ວິທີເຮັດວຽກ, ຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບ) ຢ່າງພາວະວິໄສ.
2. ການຈັດປະເພດໜ່ວຍພັກ ແມ່ນຕີລາຄາຕາມ 5 ດ້ານ ຕາມເງື່ອນໄຂ ແລະ ໃຫ້ໄດ້ຮັບຮອງເປັນ "ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ" ໂດຍມີສະມາຊິກພັກປະເພດແຂງກວມ 100% ແລະ ບໍ່ມີສະມາຊິກພັກອ່ອນ ຫຼື ເສຍທາດຂາດຄຸນ, ພ້ອມທັງ 3 ອົງການຈັດຕັ້ງມະຫາຊົນ ໄດ້ຮັບການຮັບຮອງຕາມມາດຖານເຊັ່ນກັນ.
![]() | ![]() |
ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງໄດ້ມີການປະກອບຄຳເຫັນ ຕໍ່ຮ່າງ ບົດສະຫຼຸບຕີລາຄາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027 ປະກອບຄໍາເຫັນຕໍ່ບຸກຄົນ ຂອງຄະນະໜ່ວຍພັກ. ພ້ອມນັ້ນ, ກອງປະຊຸມກໍ່ໄດ້ຮັບຮອງເອົາທິດທາງແຜນການ ປີ 2027 ເພື່ອເປັນບ່ອນອີງ ໃນການສ້າງແຜນການ ແຜນງານລະອຽດ ແລະ ເປັນຕົວຊີ້ວັດໃນການຈັດຕັ້ງປະຕິບັດສູ້ຊົນເຄື່ອນໄຫວ ໃນປີຕໍ່ໄປ ໃຫ້ມີປະສິດທິຜົນ.

ຕອນທ້າຍ, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ກອງເລຂາຮີບຮ້ອນສັງລວມ ແລະ ກະກຽມເອກະສານໃຫ້ຄົບຖ້ວນ ເພື່ອລາຍງານສະເໜີ ຄະນະພັກຂັ້ນເທິງ ຂໍອະນຸມັດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ໃຫ້ທັນຕາມກໍານົດເວລາ, ທັງໃຫ້ສະມາຊິກພັກທຸກສະຫາຍ ສືບຕໍ່ປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ.

