• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-02-18
  • |
  • ຂ່າວເສດຖະກິດ-ການເງິນ

          ໃນອາທິດຜ່ານມາ ໄດ້ມີພິທີ ລົງນາມເຊັນສັນຍາການເຊົ່າທີ່ດິນຂອງລັດ ເພື່ອພັດທະນາໂຄງການກໍ່ສ້າງຫໍພັກ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາ ຢູ່ ມະຫາວິທະຍາໄລແຫ່ງຊາດ ຕາງໜ້າລັດຖະບານລົງນາມໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ທ່ານ ຄຳໄຊ ບຸນມີສີດາວົງ ແລະ ທ່ານ ຮສ ປອ ອຸນຫຼ້າ ສີວັນເພງ ຮອງອະທິ ການບໍດີມະຫາ ວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ການລົງນາມໃນຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງສະບັບເລກທີ 0120/ກງ​, ລົງວັນທີ 21 ມັງກອນ 2025 ລັດຖະມົນຕີກະຊວງການເງິນ ຕົກລົງໃຫ້ ກົມກຸ້ມຄອງຊັບສິນແຫ່ງລັດ ລົງນາມເຊັນສັນຍາເຊົ່າທີ່ດິນຂອງລັດ ຮ່ວມກັບ ບໍລິສັດ ຫຼັກໄຊລົງທຶນ ຈຳກັດຜູ້ດຽວ ເພື່ອພັດທະນາໂຄງການກໍ່ສ້າງຫໍພັກນັກສຶກສາ, ອຳນວຍຄວາມສະດວກ ແລະ ການບໍລິການການສຶກສາ ຢູ່ ມະຫາວິທະຍາໄລແຫ່ງຊາດຢູ່ທີ່ ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ຈຳນວນ 53.279 ຕາແມັດ ມູນຄ່າເຊົ່າປີເລີ່ມຕົ້ນສັນຍາ ຈຳນວນ 12.319 ໂດລາສະຫະລັດຕໍ່ປີ ມີອາຍຸສັນຍາ 50 ປີ ສາມາດຕໍ່ໄດ້ໃນກອບສັນຍາເດີມ, ຄ່າເຊົ່າເພີ່ມຂຶ້ນ 5% ທຸກໆ 5 ປີ, ໂດຍໃຫ້ເລີ່ມເກັບຄ່າເຊົ່າ ນັບແຕ່ປີ 2030 ເປັນ ຕົ້ນໄປ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ