• ກະຊວງການເງິນ
  • |
  • 2026-10-16
  • |
  • ວຽກວິຊາສະເພາະ

ໃນວັນທີ 16 ຕຸລາ 2026, ທີ່ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ສະພາປະຊາຊົນແຂວງ, ຂະແໜງການກ່ຽວຂ້ອງ, ຂະແໜງການເງິນ ແລະ ສ່ວຍສາອາກອນປະຈຳ 6 ແຂວງພາກເໜືອ ພ້ອມດ້ວຍຕາງໜ້າຫົວໜ່ວຍວິສາຫະກິດເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອທາບທາມ ແລະ ຮັບຟັງຄຳຄິດຄຳເຫັນຕໍ່ຮ່າງເນື້ອໃນກົດໝາຍວ່າດ້ວຍອາກອນຊົມໃຊ້ທີ່ຈະມີການປັບປຸງ ຈາກທັງພາກລັດ ແລະ ພາກເອກະຊົນ

ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ຍົກໃຫ້ເຫັນວ່າ ລາຍຮັບສ່ວຍສາອາກອນເປັນແຫຼ່ງລາຍຮັບໃຫຍ່ທີ່ສຳຄັນເຂົ້າໃນງົບປະມານແຫ່ງລັດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ພື້ນຖານໂຄງລ່າງ ໂດຍສະເພາະລາຍຮັບຈາກອາກອນທາງອ້ອມ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງຍົກຮ່າງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.

ຈຸດປະສົງ ແລະ ເປົ້າໝາຍສຳຄັນຂອງການປັບປຸງກົດໝາຍໃນຄັ້ງນີ້ ປະກອບມີ:

* ເພີ່ມທະວີການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານ ຈາກສິນຄ້າປະເພດຟຸມເຟືອຍເກີນຄວາມຈຳເປັນ, ສິນຄ້າ ແລະ ການບໍລິການທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ສັງຄົມ;

* ອຸດຕັນຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ;

* ຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ;

* ຊ່ວຍຄວບຄຸມການນຳໃຊ້ເງິນຕາຕ່າງປະເທດ, ຈຳກັດການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ, ສົ່ງເສີມການຜະລິດພາຍໃນ ແລະ ກະຕຸ້ນໃຫ້ປະຊາຊົນບໍລິໂພກຢ່າງມີຄວາມຮັບຜິດຊອບ.

ເນື້ອໃນຮ່າງກົດໝາຍສະບັບປັບປຸງດັ່ງກ່າວ ໄດ້ຜ່ານການຄົ້ນຄວ້າຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຊ່ຽວຊານຈາກທະນາຄານໂລກ ເພື່ອວິເຄາະອັດຕາທີ່ເໝາະສົມກັບສະພາບຕົວຈິງ.

ໃນກອງປະຊຸມບັນດາທ່ານທຸກພາກສ່ວນ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍອີງໃສ່ສະພາບຕົວຈິງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດໄລຍະຜ່ານມາ ເພື່ອໃຫ້ຄະນະຮັບຜິດຊອບ ແລະ ກອງເລຂານຳໄປຄົ້ນຄວ້າປັບປຸງຮ່າງກົດໝາຍໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ