• ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ
  • |
  • 2026-10-13
  • |
  • ວຽກຮ່ວມມື

ໃນວັນທີ 12 ຕຸລາ 2026, ຢູ່ທີ່ສະຖາບັນ ເສດຖະກິດ-ການເງິນ ກະຊວງການເງິນ ໄດ້ເປີດຊຸດຝືກອົບຮົມ “ການຄຸ້ມຄອງການເງິນສາທາລະນະ ສໍາລັບ ສປປ ລາວ” ຂຶ້ນ, ຊຸດຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ກະຊວງການຄ້າ ສປ ຈີນ, ເຊິ່ງມີສະຖາບັນຝຶກອົບຮົມພະນັກງານການຄ້າສາກົນ ກະຊວງການຄ້າຈີນ ເປັນຜູ້ຮັບຜິດຊອບ ແລະ ມອບໝາຍໃຫ້ ມະຫາວິທະຍາໄລ ສືເຫີຈື ເຂດປົກຄອງຕົນເອງຊິນຈຽງ ສປ ຈີນ ເປັນຜູ້ຈັດຕັ້ງປະຕິບັດ; ມີ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງການເງິນ ຮ່ວມກັບ ຫ້ອງການເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ເປັນຜູ້ປະສານງານ.

 

 

👥ໂດຍການເຂົ້າຮ່ວມເປີດຊຸດຝຶກອົບຮົມຂອງທ່ານ ຄໍາແພງ ລັດມະນີ ຮອງຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ນາງ ວຽງແກ້ວ ສິດທິວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງການເງິນ, ທ່ານ ວຽງຄອນ ບົວພະຈັນ ຮອງຫົວໜ້າສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ, ທ່ານ ຄໍາແກ້ວ ມະຫາໄຊ ຕາງໜ້າ ຫ້ອງການເສດຖະກິດການຄ້າ ສະຖານທູດ ຈີນ ປະຈຳ ລາວ, ທ່ານ ນາງ ຫວາງ ປິງອີ ຫົວໜ້າຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລ ສືເຫີຈື, ເຂດປົກຄອງຕົນເອງຊິນຈຽງ ສປ ຈີນ ເຂົ້າຮ່ວມໃນພິທີ ແລະ ມີບັນດານັກສຳມະນາກອນ ຈໍານວນ 30 ທ່ານ ທີ່ມາຈາກ ຂະແໜງການເງິນ ມີທັງຈາກສູນກາງ ແລະ ທ້ອງຖິ່ນ.

 

 

📑ໃນພິທີຄະນະປະທານ ໄດ້ມີຄໍາເຫັນ, ໂດຍໄດ້ເນັ້ນໜັກເຖິງ ສອງຊາດລາວ-ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ປະຊາຊົນສອງຊາດ ມີມູນເຊື້ອຮັກແພງມາແຕ່ດົນນານ. ການຮ່ວມມືຂອງສອງປະເທດກໍ່ໄດ້ມີການຂະຫຍາຍຕົວເຂົ້າສູ່ລະດັບອັນໃໝ່, ເຊິ່ງໄດ້ກາຍເປັນຄູ່ຮ່ວມສະຕາກໍາລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວຽກງານການຄຸ້ມຄອງການເງິນສາທາລະນະແຫ່ງຊາດ, ທີ່ເປັນປັດໄຈໜຶ່ງທີ່ສໍາຄັນຂອງການພັດທະນາເສດຖະກິດຂອງປະເທດ.

📝ພາຍໃຕ້ການຊີ້ນໍາຂອງສອງພັກ-ສອງລັດ, ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດເປັນສ່ວນໜຶ່ງທີ່ສໍາຄັນຂອງການຮ່ວມມືສອງຝ່າຍ, ຈຶ່ງໄດ້ມີການສະເໜີຂໍການຮ່ວມມືຈາກຝ່າຍຈີນ ເພື່ອຈັດຊຸດສໍາມະນານີ້ຂຶ້ນ ເຊິ່ງເປັນຊຸດສໍາມະນາຫົວຂໍ້ທໍາອິດທີ່ຈັດຂຶ້ນຢູ່ ສປປ ລາວ ໃນປີ 2026, ໂດຍຫົວຂໍ້ດັ່ງກ່າວໄດ້ມີການຈັດຕໍ່ເນື່ອງກັນເປັນຄັ້ງທີ 4 ຢູ່ ສປປ ລາວ.

 

 

🎯ປົ້າໝາຍແມ່ນສ້າງເງື່ອນໄຂໃຫ້ ພະນັກງານວິຊາການທີ່ກ່ຽວຂ້ອງຂອງລາວ ສ້າງຄວາມເຂົ້າໃຈ ແລະ ມີຄວາມຮູ້ພຶ້ນຖານທີ່ກ່ຽວຂ້ອງ; ພ້ອມທັງເອົາເວທີນີ້ ໃນການປຶກສາຫາລືແລກປ່ຽນຄໍາເຫັນ ລະຫວ່າງນັກສໍາມະນາກອນລາວ ກັບ ຊ່ຽວຊານຄູອາຈານຈີນ ທີ່ມີຄວາມຮູ້, ຄວາມຊຳນານງານ ແລະ ປະສົບການ ຈາກ ສປ ຈີນ, ເຊິ່ງ ສປ ຈີນ ມີຄວາມຮູ້ຄວາມສາມາດທາງດ້ານການຄຸ້ມຄອງການເງິນສາທາລະນະ ທີ່ຢູ່ໃນອັນດັບຕົ້ນໆຂອງໂລກ. ເຊິ່ງການຮ່ວມມືເພື່ອການພັດທະນາຊັບພະຍາກອນມະນຸດລາວ-ຈີນ ໂດຍຜ່ານການຈັດ ແລະເຂົ້າຮ່ວມຊຸດສໍາມະນາ ແລະຝືກອົບຮົມ ທັງຢູ່ລາວ ແລະ ຈີນ ຖືເປັນວຽກງານໜຶື່ງທີ່ສໍາຄັນຂອງການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ, ໄດ້ສ້າງໂອກາດສໍາຄັນ ໃຫ້ພະນັກງານບຸກຄະລາກອນລາວ ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການ ກັບຊ່ຽວຊານຈີນ, ເພື່ອສ້າງຄວາມຮູ້ຄວາມສາມາດດ້ານວິຊາສະເພາະຂອງແກ່ບຸກຄາລາກອນລາວໃນແຕ່ລະດ້ານ.

📅ຊຸດຝຶກອົບຮົມດັ່ງກ່າວຈະໄດ້ດໍາເນີນການ ແຕ່ວັນທີ 12 ຕຸລາ ຫາວັນທີ 01 ພະຈິກ 2026, ທີ່ສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ. ໃນໄລຍະຈັດຊຸດສໍາມະນາ, ຜູ້ຈັດຈະໄດ້ເຊື້ອເຊີນຜູ້ຊ່ຽວຊານ ແລະ ນັກວິທະຍາກອນ ທີ່ມີຄວາມສາມາດຈາກ ສປ ຈີນ ຜັດປ່ຽນກັນມາບັນລະຍາຍເພື່ອໃຫ້ຄວາມຮູ້ທີ່ກ່ຽວຂ້ອງໃນດ້ານນີ້ ໃຫ້ແກ່ນັກສໍາມະນາກອນລາວ. ນອກນັ້ນ, ຍັງຈະໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ແບ່ງປັນປະສົບການຕົວຈິງໃນວຽກງານດັ່ງກ່າວ.

© 2025 Copyright: ກະຊວງການເງິນ, ສປປ ລາວ