• ກະຊວງການເງິນ
  • |
  • 2026-10-13
  • |
  • ວຽກຮ່ວມມື

       ໃນວັນທີ 12 ຕຸລາ 2026, ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາລະດັບພາກພື້ນ ໂຄງການສົມທຽບຂໍ້ມູນລະຫວ່າງປະເທດ ຮອບວຽນປີ 2024 (ICP for Asia and the Pacific) ຢູ່ ມະນີລາ, ປະເທດ ຟີລິບປິນ.

        ກອງປະຊຸມຈັດຂຶ້ນເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ, ຜົນການຄາດຄະເນເບື້ອງຕົ້ນຂອງຕົວເລກອໍານາດຊື້ (Purchasing Power Parity: PPP), ພ້ອມທັງຫາລືແຜນງານ ແລະ ທິດທາງດໍາເນີນງານໃນຮອບຕໍ່ໄປ. ໂດຍມີຜູ້ຕາງໜ້າເຂົ້າຮ່ວມຈາກ 7 ພາກສ່ວນ ຄື: ປະເທດ ພູຖານ, ສ.ປ ຈີນ ແລະ ຮົງກົງ, ມົງໂກເລຍ, ອິນເດຍ, ຫວຽດນາມ, ສປປ ລາວ, ພ້ອມດ້ວຍທີມງານຈາກ ທະນາຄານພັດທະນາອາຊີ (ADB), ອົງການສະຫະປະຊາຊາດ (UNESCAP) ແລະ ທະນາຄານໂລກ (WB).

    * ໂຄງການຮອບວຽນປີ 2024 ມີປະເທດເຂົ້າຮ່ວມທັງໝົດ 192 ປະເທດທົ່ວໂລກ (ອາຊີ-ປາຊິຟິກ 22 ປະເທດ). ສູນສະຖິຕິແຫ່ງຊາດ ສປປ ລາວ ໄດ້ຕາງໜ້າເຂົ້າຮ່ວມ ແລະ ເປັນຄະນະຊີ້ນໍາໂຄງການໃນຂົງເຂດອາຊີ-ປາຊິຟິກ.

    * ວຽກງານການສົມທຽບລະຫວ່າງຊາດ ແມ່ນກົນໄກສໍາຄັນໃນການພັດທະນາຂໍ້ມູນສະຖິຕິ ແລະ ຕົວຊີ້ບອກທາງດ້ານເສດຖະກິດໜຶ່ງ ທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມທະວີການຜະລິດຂໍ້ມູນສະຖິຕິ ທີ່ເປັນຫຼັກຖານສຳລັບການປະເມີນສະພາບເສດຖະກິດ ແລະ ສັງຄົມແຫ່ງຊາດໃນແຕ່ລະໄລຍະ.

    * ການພັດທະນາ ແລະ ປັບປຸງຂໍ້ມູນສະຖິຕິລາຄາ, ສະຖິຕິການບັນຊີແຫ່ງຊາດ ແລະ ເພີ່ມທະວີການຮ່ວມມືດ້ານວິຊາການກັບບັນດາຄູ່ຮ່ວມງານໃນພາກພື້ນ ເພື່ອໃຫ້ຂໍ້ມູນມີຄຸນນະພາບ ໂດຍເລັ່ງໃສ່ການປັບປຸງວິທີການເກັບກຳ ແລະ ວິໄຈຂໍ້ມູນ ຮັບປະກັນຄວາມໜ້າເຊື່ອຖືຂອງຂໍ້ມູນ ເພື່ອເຫັນໄດ້ຄວາມແຕກຕ່າງດ້ານເສດຖະກິດ ແລະ ອໍານາດຊື້ ຂອງປະຊາຊົນທີ່ຢູ່ແຕ່ລະເທດ ກໍ່ຄືໃນລະດັບຊາດ, ພາກພື້ນ ແລະ ລະດັບໂລກ

    * ການສົມທຽບແບບນີ້ ຈະເປັນອີກມຸມມອງໜຶ່ງໃນການຕີລາຄາສະພາບເສດຖະກິດມະຫາພາກໄດ້ຊັດເຈນຕື່ມ ຄຽງຄູ່ກັບການນໍາໃຊ້ຕົວຊີ້ບອກເສດຖະກິດອື່ນໆ ເຊັ່ນ: ການຄ້າ, ການລົງທຶນ, ແລະ ອັດຕາແລກປ່ຽນ ເປັນຕົ້ນ ຊຶ່ງສິ່ງນີ້ຈະສະໜັບສະໜູນໃຫ້ແກ່ການວາງແຜນພັດທະນາ ແລະ ການກຳນົດນະໂຍບາຍຂອງພາກລັດ.

        ປະຈຸບັນ, ບັນດາປະເທດໄດ້ສົ່ງຂໍ້ມູນການເກັບກໍາໃຫ້ ADB ເພື່ອສັງລວມ ແລະ ວິໄຈ. ສປປ ລາວ, ໄດ້ເນັ້ນໃສ່ການເຮັດວຽກຮ່ວມກັນຢ່າງໃກ້ຊິດລະຫວ່າງທີມງານວິຊາການ ລາວ ແລະ ADB ເພື່ອກວດຄືນ, ປັບປຸງຂໍ້ມູນໃຫ້ທັນເວລາ ແລະ ມຸ່ງໝັ້ນພັດທະນາລະບົບການເກັບກໍາຂໍ້ມູນສະຖິຕິແຫ່ງຊາດໃຫ້ມີຄຸນນະພາບ, ສະທ້ອນເຖິງສະພາບຄວາມເປັນຈິງ.

© 2025 Copyright: ກະຊວງການເງິນ, ສປປ ລາວ